ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງເຊກອງ ຈັດພິທີປະກາດອະໄພຍະໂທດ-ຜ່ອນໂທດ ໃຫ້ນັກໂທດ
ເວລາອອກຂ່າວ: 2019-01-02 09:58:11 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ແຂວງເຊກອງ ໄດ້ຈັດພິທີປະ ກາດອະໄພຍະໂທດ-ຜ່ອນໂທດ ໃຫ້ນັກໂທດປະຈຳປີ 2018 ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 43 ປີ ຢູ່ທີ່ສະ ໂມສອນກອງບັນຊາການທະ ຫານແຂວງເຊກອງໃນວັນທີ 20 ທັນວາ 2018 ໂດຍພາຍໃຕ້ການ ເປັນປະທານຂອງ ພັນເອກ ລັດ ສະໝີ ຂັນອາສາ ຮອງຫົວຫນ້າ ຄະນະກຳມະການອະໄພຍະໂທດ ກະຊວງປ້ອງກັນປະເທດ, ຮອງ ຫົວໜ້າໄອຍະການທະຫານຂັ້ນ ສູງມີບັນດາຄະນະຫ້ອງ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ ແລະ ອົງການໄອຍະການທະຫານ ພາກໃຕ້ເຂົ້າຮ່ວມ. ພັນໂທ ພູວົງ ບຸດສະດີ ຮອງ ຫົວຫນ້າໄອຍະການທະຫານ ພາກໃຕ້ໄດ້ຂຶ້ນຜ່ານລັດຖະບັນ ຍັດຂອງປະທານປະເທດວ່າ ດ້ວຍການຈັດຕັ້ງປະຕິບັດວຽກ ງານອະໄພຍະໂທດໃຫ້ແກ່ນັກ ໂທດ ເຊິ່ງແມ່ນວຽກງານນະໂຍ ບາຍມະນຸດສະທຳຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ວ່າດ້ວຍການຫຼຸດຜ່ອນໂທດໃຫ້ ແກ່ນັກໂທດ, ສຳລັບຢູ່ກອງບັນ ຊາການທະຫານແຂວງເຊ ກອງ ແມ່ນມີ 1 ຄົນ, ຊື່ ທ້າວ ສົມວັນດີ ໄຊຍະແສງ ອາຍຸ 47 ປີ ເປັນປະຊາຊົນຢູ່ບ້ານສົມສຸກ ເມືອງສະໜາມໄຊ ແຂວງອັດຕະ ປື ຖືກສານຕັດສິນລົງໂທດຕັດ ອິດສະຫຼະພາບ 4 ປີ ໃນຄະດີສໍ້ ໂກງຊັບ ພົນລະເມືອງ ແລະ ນຳ ໃຊ້ເອກະສານປອມ, ແຕ່ກໍຍ້ອນ ຜູ້ກ່ຽວໄດ້ເຝິິກຝົນຫຼໍ່ຫຼອມຕົນ ເອງຕັ້ງໜ້າປະຕິບັດກົດລະບຽບ ຂອງຄ້າຍຂຸມຂັງດັດສ້າງເປັນ ແບບຢ່າງໃນການດັດສ້າງ, ຫ້າວຫັນໃນການອອກແຮງ ງານ, ມີສະຕິຕື່ນຕົວໃນການປະ ຕິບັດລະບຽບວິໄນຂອງຄ້າຍຂຸມ ຂັງ-ດັດສ້າງວາງອອກຈື່ງໄດ້ ຮັບການໃຫ້ອະໄພຍະໂທດຫຼຸດ ຜ່ອນໂທດຕັດອິດສະຫຼະພາບ 9 ເດືອນ ແລະ ຫຼຸດຜ່ອນໂທດປັບ ໃໝ 4% ຂອງ ຈຳນວນຄ່າປັບ ໃໝທີ່ຍັງເຫຼືອເວລາດຽວກັນ ນັ້ນທ່ານປະທານກອງປະຊຸມຍັງ ໄດ້ມອບໃບຢັ້ງຢືນໃຫ້ນັກໂທດ ຜູ້ທີ່ໄດ້ຮັບການຫຼຸດຜ່ອນໂທດ ຢູ່ແຂວງເຊກອງນຳອີກດ້ວຍ. ໂດຍ: ນາງ ສອນ ວິລະຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ