ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຕ່ງຕັ້ງ ທ່ານ ອັນໂຕນິໂອ ດໍາລົງຕໍາແໜ່ງເລຂາທິການໃຫຍ່ ສປຊ ຕໍ່ອີກໜຶ່ງສະໄໝ
ເວລາອອກຂ່າວ: 2021-06-20 11:54:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239838882 | ຄວາມນິຍົມ:



ສໍານັກຂ່າວອາຈາຊິຣາ ລາຍງານໃນວັນທີ 20 ມິຖຸນາວ່າ: ເອກອັກຄະລັດຖະທູດ 193 ປະເທດສະມາຊິກອົງການສະຫະປະຊາຊາດ(UN) ໄດ້ພາກັນສະແດງຄວາມດີໃຈ ພາຍຫຼັງທ່ານ ໂວຄານ ປະທານສະມັດຊາໃຫຍ່ UN ປະກາດແຕ່ງຕັ້ງໃຫ້ທ່ານ ອັນໂຕນິໂອ ກູເຕເຣດ ໄວ 72 ປີດໍາລົງຕໍາແໜ່ງເລຂາທິການໃຫຍ່ ສປຊ ອີກ 5 ປີ ຫຼື 1 ສະໄໝໂດຍບໍ່ມີການລົງຄະແນນສຽງ. ໂດຍກ່ອນໜ້ານີ້ ທ່ານ ບໍກຣີ ທູດຜູ້ແທນຖາວອນຂອງປະເທດແອັດສະໂຕນີ ປະຈໍາ ສປຊ ຄະນະມົນຕີຄວາມໝັ້ນຄົງແຫ່ງ ສປຊ(UNSC) ຄົນປັດຈຸບັນໄດ້ອ່ານມະຕິຂອງ 15 ປະເທດສະມາຊິກອົງກອນສະເໜີໃຫ້ສະມັດຊາໃຫຍ່ເລືອກເອົາທ່ານ ອັນໂຕນິໂອເຮັດໜ້າທີ່ເລຂາທິການໃຫຍ່ ສປຊ ຕໍ່ອີກໜຶ່ງສະໄໝ. ພາຍໃຕ້ກົດບັນຍັດສະຫະປະຊາຊາດ ສະມາຊິກຂອງອົງການ ສປຊ ຕ້ອງເລືອກຕັ້ງຜູ້ດໍາລົງຕໍາແໜ່ງຕາມຄໍາແນະນໍາຂອງຄະນະມົນຕີຄວາມໝັ້ນຄົງແຫ່ງ ສປຊ (UNSC). ທັນທີທີ່ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການ ທ່ານ ອັນໂຕນິໂອ ໄດ້ຂຶ້ນປະຈໍາທີ່ນັ່ງປະທານໃນທີ່ປະຊຸມພ້ອມທັງກ່າວຄໍາສາບານຕົນຮັບຕໍາແໜ່ງ ແລະກ່າວສູນທອນພົດ ຮຽກຮ້ອງຕໍ່ທຸກຊາດສະມາຊິກ ສປຊ ໃຫ້ພະຍາຍາມເຮັດທຸກວິທີທາງ ເພື່ອບໍ່ໃຫ້ມີການແຕກແຍກ ແລະສ້າງຄວາມຂັດແຍ່ງລະຫວ່າງປະເທດມະຫາອໍານາດໃນໂລກປັດຈຸບັນ ແລະເໜັ້ນໃຫ້ທຸກຝ່າຍຕ້ອງຮ່ວມມືກັນແກ້ໄຂບັນຫາຂັດແຍ່ງຢ່າງສັນຕິດ້ວຍຮູບການເຈລະຈາແບບເຊິ່ງໜ້າ ເພື່ອໃຫ້ໂລກມີສັນຕິພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ