ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ອີບຣາຮິມ ໄຣຊີ ຊະນະການເລືອກຕັ້ງຜູ້ນໍາອີຣານ.
ເວລາອອກຂ່າວ: 2021-06-20 11:53:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ຕາມການລາຍງານຂອງສໍານັກຂ່າວຣອຍເຕີວັນທີ 20 ມິຖຸນາວ່າ: ຄະນະກໍາມະການເລືອກຕັ້ງແຫ່ງຊາດຂອງອີຣານປະກາດຜົນຢ່າງເປັນທາງການຂອງການເລືອກຕັ້ງປະທານາທິບໍດີ ທີ່ການລົງຄະແນນສຽງເມື່ອວັນສຸກທີ່ຜ່ານມາ ເພື່ອເລືອກເອົາບຸກຄົນທີ່ເໝາະສົມກັບຕໍາແໜ່ງຜູ້ນໍາອີຣານ ຕໍ່ຈາກທ່ານ ຮັດຊັນ ໂຣຮານີ ທີ່ຢູ່ໃນຕໍາແໜ່ງມາຄົບ 2 ສະໄໝແລະບໍ່ສາມາດລົງສະໝັກໄດ້ອີກຕາມເງື່ອນໄຂທີ່ກໍານົດໄວ້ໃນລັດຖະທໍາມະນູນ. ການເລືອກຕັ້ງຜູ້ນໍາອີຣານຄັ້ງນີ້ມີຜູ້ສະໝັກ 4 ທ່ານ, ໂດຍຜູ້ຊະນະຄືທ່ານ ອີບຣາຮິມ ໄຣຊີ ປະທານສານຄົນປັດຈຸບັນ ແລະມີຊື່ຢູ່ໃນບັນຊີດໍາການຂວໍ້າບາດຂອງສະຫະລັດ. ຢ່າງໃດກໍ່ຕາມ ທ່ານ ອີບຣາຮິມໄດ້ຮັບຄະແນນສະໜັບສະໜູນ 17.926,346 ສະເລ່ຍເປັນ 61,9%. ການເລືອກຕັ້ງຄັ້ງນີ້ ປະຊາຊົນອອກມາໃຊ້ສິດໜ້ອຍກ່ວາຄັ້ງທີ່ຜ່ານມາຄື 48,8% ເຊິ່ງຖືວ່າລຸດລົງຫຼາຍເມື່ອທຽບກັບປີ 2016 ທີ່ປະຊາຊົນອອກມາໃຊ້ສິດເຖິງ 73,3%, ທັງນີ້ຍ້ອນການລະບາດຂອງພະຍາດວິດ-19 ເປັນເຫດໃຫ້ປະຊາຊົນບໍ່ອອກຈາກບ້ານເຮືອນ. ເຖິງຢ່າງໄດກໍ່ຕາມ, ການເລືອກຕັ້ງປະທານາທິບໍດີຂອງອີຣານກໍເປັນໄປຕາມແຜນການ ແລະລຸລ່ວງໄປດ້ວຍດີ. ຂະນະທີ່ທ່ານ ຮັດຊັນ ໂຣຮານີ ແລະທ່ານຊາຣີບ ລັດຖະມົນຕີການຕ່າງປະເທດອີຣານ ໄດ້ອອກມາກ່າວສະແດງຄວາມຍິນດີກັບທ່ານ ໄຣຊີ ນັກກົດໝາຍໄວ 60 ປີ. ຈາກນັ້ນ, ທ່ານ ໄຣຊີ ໄດ້ກ່າວສະແດງຄວາມຂອບໃຈທີ່ໄດ້ຮັບຄວາມໄວ້ວາງໃຈແລະໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນ, ທັງສັນຍາວ່າຈະນໍາພາປະເທດເດີນໜ້າໄປສູ່ຄວາມອຸດົມສົມບູນແລະມີສັນຕິພາບ. ທັງນີ້,ຈະມີກໍານົດສາບານຮັບຕໍາແໜ່ງໃນວັນທີ 3 ສິງຫາ 2021 ແລະຈະເປັນຜູ້ນໍາຄົນທີ 13 ຂອງອີຣານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ