ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິທະຍາຄານກົມມະດຳ ຈັດພິທີປິດສົກຮຽນ 2020-2021
ເວລາອອກຂ່າວ: 2021-06-18 17:08:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



ວັນທີ 18 ມິຖຸນາ 2021 ນີ້, ຢູ່ທີ່ສະໂມສອນວິທະຍາຄານກົມມະດຳ ໄດ້ຈັດພິທີປິດສົກຮຽນໃຫ້ນັກສຶກສາ ມະຫາວິທະຍາໄລການທະຫານ ລະບົບ 4 ປີ ຊຸດທີ 16 ສົກຮຽນ 2020-2021 ຂຶ້ນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ, ກໍາມະການຄະນະປະຈຳພັກ, ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີຕາງໜ້າກົມ, ຄະນະພັກ-ຄະນະອໍານວຍການວິທະຍາຄານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ສະຫາຍ ພັນໂທ ປະດິດ ສິນທຳ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ, ວິທະຍາຄານກົມມະດຳ ໄດ້ຂຶ້ນລາຍງານໂດຍຫຍໍ້ຜົນໄດ້ຮັບຂອງການສິດສອນ ແລະ ການຮໍ່າຮຽນຂອງນັກສຶກສາ ມະຫາວິທະຍາໄລການທະຫານ ລະບົບ 4 ປີ ຊຸດທີ 16 ສົກຮຽນ 2020-2021, ເຊິ່ງມີນັກສຶກສາທີ່ສຳເລັດການສຶກສາ ແລະ ໄດ້ຮັບໃບປະກາສະນີຍະບັດທັງໝົດ 217 ສະຫາຍ ໃນຈຳນວນ 10 ເຫຼົ່າຮົບ, ໃນນັ້ນມີເຫຼົ່າຮົບທະຫານຮາບ 50 ສະຫາຍ, ເຫຼົ່າຮົບການເມືອງ 50 ສະຫາຍ, ເຫຼົ່າຮົບປ້ອງກັນອາກາດ 20 ສະຫາຍເຫຼົ່າຮົບສືບຂ່າວ 15 ສະຫາຍ, ເຫຼົ່າຮົບສື່ສານ 14 ສະຫາຍ, ເຫຼົ່າຮົບຊ່າງແສງ 15 ສະຫາຍ, ເຫຼົ່າຮົບຕີພິເສດ 15 ສະຫາຍ, ເຫຼົ່າຮົບລົດຕັງ-ຍານເກາະ 15 ສະຫາຍ, ເຫຼົ່າຮົບເຄມີ 10 ສະຫາຍ ແລະ ເຫຼົ່າຮົບປືນໃຫ່ຍໜ້າດິນ 15 ສະຫາຍ, ພ້ອມດຽວກັນນັ້ນ ກໍໄດ້ປະກາດເລື່ອນຊັ້ນໃຫ້ນັກສຶກສາທີ່ສຳເລັດການສຶກສາໃນຄັ້ງນີ້, ໃນນັ້ນມີນັກສຶກສາທີ່ໄດ້ຮັບການເລື່ອນຊັ້ນຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈໍານວນ 4 ສະຫາຍ, ເລື່ອນຊັ້ນຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ຈຳນວນ 33 ສະຫາຍ ແລະ ປະດັບທຽບຊັ້ນຮ້ອຍໂທ ຈຳນວນ 166 ສະຫາຍ; ຈາກນັ້ນ, ຫົວໜ້າການເມືອງ-ຫົວໜ້າການທະຫານ ວິທະຍາຄານ ກໍໄດ້ຂຶ້ນມອບປະກາສະນີຍະບັດໃຫ້ແກ່ນັກສຶກສາທີ່ສຳເລັດການສຶກສາໃນຄັ້ງນີ້ຢ່າງສົມກຽດ. ໂອກາດນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍໄດ້ມີຄໍາເຫັນເນັ້ນໜັກໃຫ້ນັກສຶກສາແຕ່ລະສະຫາຍທີ່ສຳເລັດການສຶກສາໃນຄັ້ງນີ້ ຈົ່ງເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຂອງກອງທັບ, ກໍຄືກົມກອງຂອງຕົນຢ່າງເຂັ້ມງວດ, ນຳເອົາບົດຮຽນຕ່າງໆທີ່ໄດ້ສຶກສາຮໍ່າຮຽນມາ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະເພຶ່ອປະກອບສ່ວນສ້າງກອງທັບໃຫ້ມີແບບແຜນທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ