ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບເລກ II ວຽງໄຊມອບເງີນອຸດໜູນໃຫ້ພະນັກງານ ຮັບບຳນານ
ເວລາອອກຂ່າວ: 2021-06-18 15:19:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 369 | ຄວາມນິຍົມ:



ໃນຕອນບ່າຍ ວັນທີ 17 ມິຖຸນາ 2021 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດຕັ້ງພິທີ ມອບເງິນອຸດໜູນໃຫ້ພະນັກງານພັກການກຽມຮັບບຳນານ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ແສງເດືອນ ອິນທິສອນ, ຄະນະປະຈໍາພັກ, ຫົວໜ້າຫ້ອງການເມືອງໂຮງຮຽນ, ມີຄະນະຫ້ອງການ, ມີບັນດາພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານພັກການກຽມຮັບບໍານານ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ພິມພາ ຊາຍແສນຄຳ ຫົວໜ້າພະແນກນະໂຍບາຍ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການເຂົ້າຮັບບຳນານ ອີງຕາມກົດໝາຍວ່າດ້ວຍ ປະກັນສັງ ຄົມ(ສະບັບປັບປຸງ), ອີງຕາມກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ(ສະບັບປັບປຸງ) ເຫັນດີອະນຸມັດ ໃຫ້ພະນັກງານຢູ່ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊຈໍານວນ 7 ສະຫາຍ ພັກການເຂົ້າຮັບບໍານານ ແລະ ມອບເງິນອຸດໜູນ ຈໍານວນ 165,337.509 ກີບ, ໂດຍ ສະຫາຍ ພັນໂທ ແສງເດືອນ ອິນທິສອນ ເປັນຜູ້ມອບ ພ້ອມທັງໂອ້ລົມ ເຊີ່ງສະຫາຍໄດ້ຕີລາຄາສູງຕໍ່ພະນັກງານທີ່ເຂົ້າຮັບບຳນານຄັ້ງນີ້ ເຊິ່ງບັນດາ ສະຫາຍຕ່າງກໍ່ໄດ້ປະກອບສ່ວນເຂົ້າໃນທຸກວຽກງານຂອງກົມກອງຢ່າງຕັ້ງໜ້າ ແລະ ມີຜົນສຳເລັດເປັນຢ່າງສູງໃນການພັດທະນາຊັບພະຍາກອນມະນຸດ ກໍ່ຄືປັບປຸງກໍ່ສ້າງພະນັກງານຮຸ່ນສືບທອດໃຫ້ແກ່ກອງທັບໄດ້ຢ່າງຕໍ່ເນື່ອງ, ພ້ອມນີ້ສະຫາຍໄດ້ເນັ້ນໃຫ້ນາຍທະຫານເຂົ້າຮັບບຳນານ ເປັນແວ່ນແຍງໃຫ້ອຳນາດການປົກຄອງບ້ານ, ເປັນຮົ່ມໂພ-ຮົ່ມໄຊໃຫ້ແກ່ລູກຫຼານ ແລະ ເປັນທີ່ປຶກສາຫາລືໃຫ້ແກ່ອຳນາດການປົກຄອງບ້ານທີ່ສັງກັດຢູ່ ດ້ວຍຄວາມຮັບຜິດຊອບສູງ. ໂດຍ:ສົມພົງ ແກ້ວປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ