ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະກຳມະການທະຫານແຂວງຈຳປາສັກ ສົບທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ສຳຫຼວດເສັ້ນທາງພູຂຽວນິນ
ເວລາອອກຂ່າວ: 2021-06-18 15:15:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1225 | ຄວາມນິຍົມ:



ໃນວັນທີ 16 ມິຖຸນາ 2021 ນີ້, ຄະນະກຳມະການຂອງກອງບັນຊາການທະຫານແຂວງຈຳປາສັກ ສົມທົບກັບ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ. ເຊີ່ງນຳໂດຍ ສະຫາຍ ພັນໂທ ພູວົງ ແສງສຸວັນ, ຫົວໜ້າພະແນກທະຫານຊາຍແດນ, ສະຫາຍ ພັນຕີ ພັນທະໄຊ ແກ້ວສະຫວ່າງ, ຫົວໜ້າພະແນກສູ້ຮົບ ທະຫານແຂວງຈຳປາສັກ ແລະ ຄະນະກອງຮອ້ຍທະຫານຊາຍແດນ 527 ພອ້ມດວ້ຍ ສະຫາຍ ສຸກອາໄພ ພົນອາສາ ຕ່າງໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ ໄດ້ລົງສຳຫຼວດສະພາບເສັ້ນທາງພູຂຽວນິນ ລຽບຕາມຊາຍແດນລາວ-ກຳປູເຈຍ ຂອບເຂດແຂວງຈຳປາສັກຕື່ມອີກ ເພື່ອໃຫ້ມີຄວາມລະອຽດຂື້ນຕື່ມ. ການລົງສຳຫຼວດຄັ້ງນີ້ແມ່ນເລີ່ມຈາກຈຸດຂອບເຂດຫຼັກໝາຍ ທີ 055 ຮອດຂອບເຂດຫຼັກໝາຍ ທີ 065 ເຊີ່ງມີໄລຍະທາງຍາວ 2.949 ແມັດ ແລະ ໄດ້ພົບວ່າສະພາບເສັ້ນທາງຖືກເປ່ເພເສຍຫາຍໜັກເຖີງ 12 ຈຸດ. ເຊີ່ງຄະນະກຳ ມະການສຳຫຼວດເສັ້ນທາງໄດ້ທຳການຖ່າຍພາບ ແລະ ສ້າງແຜນວາດຈຸດພິກັດ 12 ຈຸດດັ່ງກ່າວ ເພື່ອປະກອບໃສ່ບົດລາຍງານການສຳຫຼວດຄັ້ງນີ້ ໃຫ້ແກ່ກອງບັນຊາການທະຫານແຂວງຈຳປາສັກ. ເພື່ອຈະສົ່ງລາຍງານຕໍ່ໃຫ້ປະທານປອ້ງກັນ ຊາດ-ປອ້ງກັນຄວາມສະຫງົບ ແຂວງຈຳປາສັກ. ເພື່ອຈະໄດ້ດຳເນີນການຕາມຂັ້ນຕອນໃນການສອ້ມແປງ ກໍຄືສ້າງເສັ້ນ ທາງໃຫ້ມີຄວາມແໜ້ນໜາຖາວອນ ຮັບປະກັນແກ່ການນຳໃຊ້ຂອງສັງຄົມ ໃຫ້ມີຄວາມສະດວກດີຂື້ນ ທັງເປັນການຍົກລະດັບດ້ານພື້ນຖານໂຄງລ່າງ ຂອງແຂວງຈຳປາສັກ. ໂດຍສະເພາະບໍລິເວນຊາຍແດນຫ່າງໄກສອກຫຼີກ ໃຫ້ນັບມື້ມີການພັດທະນາດີຂື້ນເປັນກ້າວໆ. ຂ່າວ: ທິບມະນີວັນ ຄຳວິເສດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ