ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 227 ເລີ່ມລົງມື ການຜະລິດເຂົ້າານາປີໃຫ້ຖ່ວງທັນກັບລະດູການ
ເວລາອອກຂ່າວ: 2021-06-18 15:14:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 734 | ຄວາມນິຍົມ:



ຕົ້ນເດືອນ ມີຖຸນາ 2021 ຜ່ານມານີ້, ຄະນະພັກ-ຄະນະບັນຊາ ກອງພັນ 227 ທີ່ຂຶ້ນກັບກອງພົນທີ 4 ໄດ້ຈັດຕັ້ງຊີ້ນຳໆພາ ພະນັກງານ-ນັກຮົບ ພາຍໃນກົມກອງຂອງຕົນລົງມືທຳການຜະລິດເຂົ້ານາປີ ໃຫ້ຖ່ວງທັນກັບລະດູການ ແລະ ປະຕິບັດຕາມທິດນຳ ເພີ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງກົມໃຫຍ່ພາລາທິການວາງອອກ. ສະຫາຍ ຮ້ອຍເອກ ພອນສະຫວັນ ພອນວິໄຊ, ຜູ້ຮັບຜິດຊອບວຽກງານພະລາທິການ ກອງພັນ 227 ໃຫ້ຮູ້ວ່າ: ເມື່ອເຖີງລະດູການທຳການຜະລິດເຂົ້ານາປີ ກໍ່ຄືເດືອນມີຖຸນາ ຂອງທຸກໆປີ ຄະນະພັກ-ຄະນະບັນຊາກອງພັນ 227 ໄດ້ເປັນເອກະພາບກັນ, ເປັນຈິດໜື່ງໃຈດຽວກັນຊີ້ນຳ-ນຳພາ ພະນັກງານ-ນັກຮົບ ພາຍໃນກົມກອງຂອງຕົນ ສຸມໃສ່ການປັກດຳເຂົ້ານາປີ, ໃນນີ້ເນື້ອທີ່ນາລວມຂອງກົມກອງລວມທັງໝົດ 10 ເຮັກຕາ ເຊີ່ງນຳໃຊ້ແນວພັນທັງໝົດ ຈຳນວນ 700 Kg, ຂັ້ນຕອນທຳອິດ ພະນັກງານ-ນັກຮົບ ຂອງພວກເຮົາຈະໄດ້ພ້ອມໃຈກັນຖາງຫຍ້າຄັນນາ, ປ້ານຄັນນາ, ໄຖຮຸດນາ ແລະ ພ້ອມທັງຫວ່ານແນວພັນ, ໂດຍນຳໃຊ້ພາຫະນະ ແລະ ແຮງງານຂອງອ້າຍນ້ອງພາຍໃນກົມກອງທັງໝົດ ຈຳນວນ 36 ສະຫາຍ ໃຊ້ເວລາ 7 ວັນ ຈື່ງສຳເລັດຂັ້ນຕອນການກະກຽມເບື້ອງຕົ້ນ, ລໍຖ້າໄປອີກ 1 ເດືອນກໍຄື ຕົ້ນເດືອນມີຖຸນາ ຫາ ຕົ້ນເດືອນກໍລະກົດ ຈື່ງຈະໄດ້ຊີ້ນຳ-ນຳພາ ພະນັກງານ-ນັກຮົບປັກດຳເຂົ້ານາປີໃຫ້ຖ່ວງທັນກັບລະດູການ, ທັງນີ້ກໍ່ເພື່ອປະຕິບັດຕາມທິດນຳຂອງກົມໃຫຍ່ພະລາທິການວາງອອກ ກ່ຽວກັບວຽກງານຮັບປະກັນຄຸ້ມຄອງທັບລ້ຽງດູທັບ, ວຽກງານ 4 ປູກ 4 ລ້ຽງ ຍົກສູງນ້ຳໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອີກຢ່າງໜື່ງ ແມ່ນສ້າງໄດ້ຄວາມສາມັກຄີຮັກແພງຂອງພະນັກງານ-ນັກຮົບ ພາຍໃນໝູ່ຄະນະ ລະຫວ່າງກອງພັນ ກັບ ກອງຮ້ອຍ, ກອງຮ້ອຍກັບໝວດ, ໝວດກັບໝູ່ ແລະ ບຸກຄົນຕໍ່ບຸກຄົນ ແລະ ພ້ອມກັນນັ້ນຍັງເປັນສ່ວນໜື່ງໃນການສ້າງກົມກອງວັດທະນະທຳ, ນັກຮົບວັດທະນະທຳ, ກົມກອງ 3 ປອດ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງຜົນງານກຽມຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງກອງທັບໃຫ້ເປັນຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ. ພາບ ແລະ ຂ່າວ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ