ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 424 ປີດຊຸດອົບຮົມທະຫານໃໝ່
ເວລາອອກຂ່າວ: 2021-06-18 15:11:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1010 | ຄວາມນິຍົມ:



ໃນວັນທີ 16 ມີຖຸນາ 2021 ນີ້, ກອງພັນ 424 ທີ່ຂື້ນກັບກອງພົນທີ 3 ໄດ້ຈັດພິທີປີດຊຸດອົບຮົມພາກການເມືອງ, ການທະຫານ, ພະລາທິການ-ເຕັກນິກ ໄລຍະສັ້ນໃຫ້ແກ່ທະຫານໃໝ່ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ແສງທອງ ເພັງຄຳພັນ, ຮອງຫົວໜ້າຫ້ອງເສນາທິການກອງພົນທີ 3, ມີສະຫາຍໃນຄະນະພັກ-ຄະນະບັນຊາ, ພະນັກງານຄູ-ອາຈານ ຕະຫຼອດຮອດທະຫານໃໝ່ເຂົ້າຮ່ວມ. ສະຫາຍ ພັນຕີ ທອງຫລ້າ ສຸກວິໄຊ, ຮອງຫົວໜ້າການທະຫານກອງພັນ 424 ກໍ່ໄດ້ຂື້ນຜ່ານບົດສະຫຼຸບການອົບຮົມຫັດແອບໄລຍະສັ້ນ ຕະຫຼອດໄລຍະ 3 ເດືອນ ຂອງທະຫານໃໝ່ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້, ການປະຕິບັດຂໍ້ກຳນົດກົດລະບຽບຂອງກົມກອງ, ການປະຕິບັດໂມງເວລາ, ການຮຽນ-ການສອນ ຂອງຄູອາຈານ ແລະ ອ້າຍນ້ອງທະຫານໃໝ່, ໃນນີ້ເນື້ອໃນການອົບຮົມປະກອບມີພາກການເມືອງການທະຫານ, ພະລາທິການ-ເຕັກນິກ, ສິລີປະຍຸດ-ຍຸດທະວິທີ ເຊິ່ງໃຊ້ເວລາເຝິກແອບຮ່ຳຮຽນທັງໝົດ 90 ວັນ, ມີອ້າຍນ້ອງທະຫານໃໝ່ເຂົ້າຮ່ວມທັງໝົດຈຳນວນ 57 ສະຫາຍ. ຜ່ານການອົບຮົມຫັດແອບ ຕະຫຼອດໄລຍະຜ່ານມາ ພາກການເມືອງສາມາດບັນລຸໄດ້ 89.46 %, ພາກການທະຫານ 87.71 %, ພາກພະລາທິການ-ເຕັກນິກ 91.22%, ພາກສິລະປະຍຸດໄດ້ 75.43 %, ພາກຍຸດທະວິທີໄດ້ 73.68%, ໃນນີ້ສາມາດຍາດໄດ້ຂັ້ນເກັ່ງ 40 ສະຫາຍ, ດີ 10 ສະຫາຍ, ກາງ 7 ສະຫາຍ, ສະເລ່ຍໃນການອົບຮົມຫັດແອບໃນຄັ້ງນີ້ ແມ່ນບັນລຸໄດ້ຂັ້ນດີ, ຜ່ານການເຝີກແອບຮ່ຳຮຽນແມ່ນມີຄວາມປອດໄພ 100%. ພ້ອມນີ້ກໍ່ຍັງໄດ້ມອບໃບຢັ້ງຢືນ ຈົບການອົບຮົມໄລຍະສັ້ນ, ໃບຍ້ອງຍໍ ແລະ ປະກາດເລື່ອນຊັ້ນຈາກຊັ້ນສອງຂື້ນເປັນຊັ້ນໜື່ງໃຫ້ທະຫານໃໝ່ຕື່ມອີກ. ໂອກາດນີ້ສະຫາຍ ພັນໂທ ແສງທອງ ເພັງຄຳພັນ ກໍ່ໄດ້ໂອ້ລົມຕໍ່ທະຫານໃໝ່, ເຊີ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຮຽນ-ການສອນ ຂອງຄູອາຈານ ແລະ ທະຫານໃໝ່ທຸກສະຫາຍ ທີ່ໄດ້ຜ່ານຜາອຸປະສັກນາໆປະການ ໃນການເຝິກແອບຮ່ຳຮຽນຕະຫຼອດໄລະຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ທະຫານໃໝ່ນຳເອົາບົດຮຽນທີຄູ-ອາຈານສິດສອນ ນຳໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຕົວຈິງຢູ່ກົມກອງ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ, ຂອງກົມກອງ, ຂອງຜູ້ບັນຊາຢ່າງເຂັ້ມງວດ, ຕັ້ງໜ້າອອກແຮງເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນນັກຮົບຜູ້ທີດີເດັ່ນຂອງກອງທັບ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ