ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບເລກ1 ມອບເຄື່ອງໂທລະໂຄ່ງໃຫ້ອຳນາດການປົກຄອງບ້ານນາໃໝ່
ເວລາອອກຂ່າວ: 2021-06-17 15:19:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1103 | ຄວາມນິຍົມ:



ວັນທີ່ 15 ມິຖຸນາ 2021 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ1 ໄດ້ນໍາເອົາ ແອັມ1 ໜ່ວຍ, ສາຍໄຟຟ້າ 1 ກໍ້ ລວມມູນຄ່າ 5.000.000 ກີບ ມາມອບໃຫ້ບ້ານນາໃໝ່, ເມືອງນໍ້າບາກ, ແຂວງ ຫຼວງພະບາງ. ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານລວມຂອງບ້ານ, ເນື່ອງຈາກຜ່ານມາທາງບ້ານນາໃໝ່ໄດ້ເຮັດໜັງສືສະເໜີເຖິງຄະນະພັກ-ຄະນະບັນຊາໂຮງຮຽນກໍ່ສ້າງນາຍສິບເລກ1 ຂໍວັດຖຸປະກອບໃສ່ໂທລະໂຄ່ງຂອງບ້ານ ທີ່ບໍ່ທັນຄົບ ໂດຍສະເພາະແມ່ນ ແອັມ ແລະ ສາຍໄຟ. ການມອບເຄື່ອງໃນຄັ້ງນີ້ ໂດຍກ່າວມອບຂອງສະຫາຍ ພັນເອກ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນ ແລະ ກ່າວຮັບໂດຍ ທ່ານ ໄມແກ້ວດວງດີ ຄຳປະດິດ ນາຍ ບ້ານ ບ້ານນາໃໝ່,ມີພາກສ່ວນກ່ຽວຂ້ອງ ແລະ ເຖົ້າແກ່ແນວໂຮມ ເຂົ້າຮ່ວມເປັນສັກຂີພິຍານ. ໂອກາດດັ່ງກ່າວ ທ່ານນາຍບ້ານ ບ້ານນາໃໝ່ ກໍໄດ້ລາຍງານສະພາບລວມໂດຍຫຍໍ້ ທີ່ຕັ້ງພາລະບົດບາດ, ຂອບເຂດ, ສິດ ແລະ ໜ້າທີ່ຂອງບ້ານ ເພື່ອໃຫ້ໂຮງຮຽນໄດ້ຮັບຮູ້, ພ້ອມທັງສະແດງຄວາມຂອບໃຈມາຍັງສະຫາຍ ພັນເອກ ສີລາວົງບຸນມີໄຊ ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບເລກ1, ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍ ຄວາມສຳຄັນຂອງວຽກງານເປັນຢ່າງຍິ່ງ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາ ແລະ ນຳເອົາວັດຖຸດັ່ງກ່າວໄປຮັບໃຊ້ເຂົ້າໃນວຽກງານລວມ ເພື່ອໃຫ້ສອດຄ່ອງສະດວກໃນການເຕົ້າລວມ, ແຈ້ງເຫດການຕ່າງໆ ໂດຍສະເພາະໄລຍະນີ້ ແມ່ນໄລຍະແຜ່ລະບາດຂອງພະຍາດໂຄວິດ 19 ຍິ່ງຕ້ອງໄດ້ຮັບຮູ້ ເພຶ່ອພ້ອມກັນເປັນເຈົ້າການ ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ ທັງເປັນການຜູກແໜ້ນຄວາມສາມັກຄີຮັກແພງລະຫວ່າງ ໂຮງຮຽນກໍ່ສ້າງນາຍສິບເລກ1 ກັບບ້ານນາໃໝ່ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງໆຂື້ນ ດັ່ງຄຳສຸພາສິດທີ່ວ່າ: ທະຫານ ກັບ ປະຊາຊົນປຽບດັ່ງປາກັບນ້ຳ ທີ່ບໍ່ມີວັນເຮືອດຫາຍ. ໂດຍ: ຮ.ທ ນ້ອຍຈັນໄພ ແກ້ວວັນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ