ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 3 ມອບເງິນ 15% ໃຫ້ພະນັກງານພັກການຮັບບຳນານ
ເວລາອອກຂ່າວ: 2021-06-17 14:34:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1255 | ຄວາມນິຍົມ:



ວັນທີ 17 ມີຖຸນາ 2021 ນີ້, ກອງພົນທີ 3 ໄດ້ຈັດພິທີມອບເງິນນະໂຍບາຍ 5% ແລະ 15%ໃຫ້ແກ່ພະນັກງານຜູ້ທີ່ພັກການຮັບບຳນານ ຂຶ້ນຢູ່ທີ່ຫ້ອງການເມືອງກອງພົນທີ 3, ໂດຍການເຂົ້າຮ່ວມຂອງສະຫາຍ ພັນໂທສາຍທອງ ປີຊາຈັນ ກຳມະການຄະນະພັກກອງພົນ ຮອງຫົວໜ້າຫ້ອງການເມືອງ ກອງພົນທິ 3, ມີບັນດາສະຫາຍພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານຜູ້ທີ່ພັກການຮັບບຳນານເຂົ້າຮ່ວມ. ເງິນທີ່ນຳມາມອບໃນຄັ້ງນີ້ ເປັນເງິນນະໂຍບາຍ 5% ແລະ 15% ມອບໃຫ້ພະນັກງານຜູ້ທີ່ພັກການຮັບບຳນານຈຳນວນ 10 ສະຫາຍ, ລວມຈຳນວນເງິນທັງໝົດ 169.515.720 ກີບ. ໂດຍການກ່າວມອບຂອງສະຫາຍພັນໂທ ສາຍທອງ ປີຊາຈັນ ໂອກາດນີ້ ສະຫາຍກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ອຸທິດຊີວິດເລືອດເນື້ອ, ທຸ່ມເທເຫື່ອແຮງສະຕິປັນຍາທັງກາຍ ແລະ ໃຈ ປະກອບສ່ວນເຂົ້າໃນພະລາກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປັບປຸງກໍ່ສ້າງກອງທັບ, ກໍ່ສ້າງກົມກອງຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ມີຜົນສຳເລັດໃນໜ້າທີວຽກງານອັນມີກຽດສະຫງ່າຕາມການມອບໝາຍຂອງປະເທດຊາດ ກໍຄືປະຊາຊົນມອບໝາຍໃຫ້ນັບແຕ່ຕົ້ນຕະຫຼອດປາຍ. ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍສືບຕໍ່ເຮັດໜ້າທີເປັນເຈົ້າການໃນການສຶກສາອົບຮົມພໍ່ແມ່ປະຊາຊົນ, ເປັນແກ່ນສານໃຫ້ແກ່ອົງການປົກຄອງທ້ອງຖິ່ນ, ກາຍເປັນຫົ່ມໂພຫົ່ມໄຊໃຫ້ແກ່ລູກຫຼານ, ຕັ້ງໜ້າອອກແຮງເພີມພູນຜະລິດຜົນສ້າງສາພັດທະນາເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ