ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລົງກວດກາຄວາມຄືບໜ້າ ໂຄງການການກໍ່ສ້າງຄ້າຍຄູ ຢູ່ກອງພັນໃຫຍ່ 202
ເວລາອອກຂ່າວ: 2021-06-16 13:53:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 98 | ຄວາມນິຍົມ:



ໃນວັນທີ 11 ມິຖຸນາ 2021 ນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ, ຄະນະປະຈຳພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ຄຳດີ ໄຊຍະວົງ, ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງພົນທີ 2 ພ້ອມດ້ວຍຄະນະ, ໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງຄ້າຍຄູຢູ່ກອງພັນໃຫຍ່ 202, ກອງພົນທີ 2 ເຊິ່ງຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຢູ່ກອງພັນໃຫຍ່ 202 ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ການລົງຊຸກຍູ້ກວດກາໂຄງການກໍ່ສ້າງຄ້າຍຄູ ຢູ່ກອງພັນໃຫຍ່ 202 ໃນຄັ້ງນີ້ ສະຫາຍພັນເອກ ຄຳດີ ໄຊຍະວົງ ໄດ້ນຳພາຄະນະ ລົງກວດກາຄວາມຄືບໜ້າການກໍ່ສ້າງ ກອງພັນທີ 2, ກອງພັນ 413, ແລະ ອົງການກອງພັນໃຫຍ່ 202, ຈາກນັ້ນ ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຍັງໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພັນໃຫຍ່ 202 ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານໄຊຊະນະທີ່ກອງພັນໃຫຍ່ 202 ຍາດມາໄດ້ ແລະ ເນັ້ນໜັກຫຼາຍບັນຫາທີ່ສຳຄັນໃຫ້ຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງຢູ່ກອງພັນໃຫຍ່ 202 ຈົ່ງຍົກສູງສະຕິຄວາມເປັນເຈົ້າການຕໍ່ໜ້າທີ່ວຽກງານການເມືອງຂອງຕົນ, ຊີ້ນຳ-ນຳພາ ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ ມີແນວຄິດການເມືອງໜັກແໜ້ນ ເຂົ້າໃຈເຊື່ອມຊຶມຕໍ່ແນວທາງການນຳພາຂອງພັກ-ລັດ ປະກອບສ່ວນຈັດຕັ້ງປະຕິບັດມະຕິຕ່າງໆ ຂອງພັກຂອງກອງທັບ ມີແບບແຜນວິທີເຮັດວຽກທີ່ໂປ່ງໃສ ແລະ ຂາວສະອາດ ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ ແລະ ບັນດາຂໍ້ກຳກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນ ເຮັດໃຫ້ສະພາບກົມກອງມີຄວາມສະຫງົບ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ມູນເຊື້ອຂອງກົມກອງ ຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນການສ້າງສາພັດທະນາກົມກອງ ໃຫ້ມີໂສມໜ້າອັນໃໝ່, ເອົາໃຈໃສຕໍ່ວຽກງານສ້າງພະລາທິການກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ ໄປຄຽງຄູ່ກັບການສ້າງກົມກອງ 3 ປອດ, ຕິິດພັນກັບການສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳ ໂດຍປີ່ນອ້ອມຕາມ 4 ໜ້າໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຂົ້າສູ່ຊີວິດຂອງກົມກອງໃນຕໍ່ໜ້າໃຫ້ເປັນຮູບປະທຳຕົວຈິງ. ໂດຍ: ບຸນລຽງ ຈຳປາແສງໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ