ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງພະລາທິການ ທະຫານເເຂວງໄຊສົມບູນ ສະຫຼຸບວຽກງານ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2021-06-16 13:50:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1013 | ຄວາມນິຍົມ:



ໃນວັນທີ 15 ມີຖຸນາ 2021 ນີ້, ຫ້ອງພາລາທິການ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ເປີດກອງປະຊຸມສະຫຼຸບວຽກງານວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2021 ຂື້ນ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ເພັດລັງສີ ພິຈິດ, ຄະນະພັກກອງບັນຊາການ, ຫົວໜ້າຫ້ອງພະລາທີການ ກອງບັນຊາການທະຫານເເຂວງໄຊສົມບູນ, ມີບັນດາພະເເນກການ, 5 ກອງບັນຊາການທະຫານເມືອງ, ກອງພັນ, ກອງຮ້ອຍເອກະລາດ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວຫ້ອງພາລາເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ຄຸດເງີນ ຕັນຄຳປຽນ, ຫົວໜ້າພະແນກແຜນການຫ້ອງພະລາທິການ ໄດ້ຂື້ນຜ່ານບົດສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ຂອງຫ້ອງພະລາທິການ ຕະຫຼອດໄລຍະ 6 ເດືອນຕົ້ນປີຜ່ານມາເຫັນວ່າ ຄະນະພັກ-ຄະນະບັນຊາ ຫ້ອງພະລາທິການ ກໍ່ໄດ້ເອົາໃຈໃສ່ລົງເຄື່ອນໄຫວຢ່າງໃກ້ຊິດ, ຊີ້ນຳບັນດາກົມກອງທີ່ຂື້ນກັບຢູ່ແຕ່ລະກົມກອງ, ໂດຍສະເພາະ 5 ກອງບັນຊາການທະຫານເມືອງ, ກອງພັນ, ກອງຮ້ອຍເອກະລາດ; ເພື່ອສ້າງລາຍຮັບໃຫ້ແກ່ກົມກອງ ເຊີ່ງມັນສະແດງອອກໃນທົ່ວກອງບັນຊາການທະຫານແຂວງ ມີລາຍຮັບໃນ 6 ເດືອນຜ່ານມາ 75.551.000 ກີບ; ນອກນີ້ຍັງສຸມໃສ່ວຽກງານວິຊາສະເພາະ ຢູ່ໃນຫ້ອງການຂອງຕົນ, ວຽກງານເຊື້ອໄຟ, ວຽກງານເສນາຮັກ, ວຽກງານອຸປະໂພກ-ບໍລິໂພກ ແລະ ວຽກງານອື່ນໆ. ໃນກອງປະຊຸມບັນດາພະແນກການຍັງໄດ້ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ເພື່ອໃຫ້ຄົບຖ້ວນ ແລະ ນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນຕອນທ້າຍ ສະຫາຍ ພັນໂທ ເພັດລັງສີ ພິຈິດ ໄດ້ໂອ້ລົມຕໍ່ພະນັກງານ-ນັກຮົບ ເຊິ່ງສະຫາຍໄດ້ກ່າວຊົມເຊີຍຕໍ່ຜົນງານ ທີ່ຍາດມາໄດ້, ພ້ອມຮຽກຮ້ອງໃຫ້ເອົາໃຈໃສ່ປັບປຸງແກ້ໄຂ ແລະ ຊູ້ຊົນສ້າງລາຍຮັບ, ຮັບປະກັນໃນການສ້າງສະບຽງອາຫານໃຫ້ສາມາດກຸ້ມຕົນເອງ ພ້ອມກັນນັ້ນ ຍັງຕ້ອງມີຄວາມສາມັກຄີ ເອົາໃຈໃສ່ ປົກປັກຮັກສາ ບັນດາວັດຖຸອຸປະກອນຮັບໃຊ້ໃນວຽກງານຂອງຕົນ. ຮັບປະກັນກຽມພ້ອມຮັບໃຊ້ໃນທຸກໜ້າທີ່ວຽກງານພະລາທີການ ທີ່ຂັ້ນເທີງມອບໝາຍໃຫ້, ເເນ່ໃສຮັບປະກັນທາງດ້ານວັດຖຸຮັບໃຊ້, ສະບຽງອາຫານ ຮັບໃຊ້ກົມກອງ ກໍ່ຄືກອງບັນຊາການທະຫານເເຂວງໄຊສົມບູນ ໃນສະເພາະໜ້າ ແລະ ຍາວນານ, ບັນດາສະຫາຍສະມາຊິກພັກ ຕ້ອງເປັນເຈົ້າການ, ເປັນຫຼັກແຫຼ່ງ ຊີ້ນຳ ແລະ ນຳພາ ພະນັກງານ-ນັກຮົບ ໃນກົມກອງເຮັດໜ້າທີ່ວິຊາສະເພາະຂອງຕົນ, ສ້າງລາຍຮັບໃຫ້ແກ່ກົມກອງຂອງຕົນ, ສ້າງບຸກຄົນວຽກດີຄົນເດັ່ນ, ສ້າງມະຫາຊົນກ້າວໜ້າ ເພື່ອໃຫ້ກາຍເປັນກົມກົມທີ່ສາມາດກຸ້ມຕົນເອງ, ເຂັ້ມແຂງດ້ວຍຕົນເອງ. ຂ່າວ: ຊ1 ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ