ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງຄຳມ່ວນ ເປີດກອງປະຊຸມວຽກງານກວດກາ ໄລຍະ5 ປີ
ເວລາອອກຂ່າວ: 2021-06-15 14:20:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ:



ໃນວັນທີ 14 ມີຖຸນາ 2021 ແຂວງຄໍາມ່ວນໄດ້ເປີດກອງປະຊຸມວຽກງານກວດກາທົ່ວແຂວງໄລຍະ 5 ປີ (2016–2020) ແລະ ປະຈໍາປີ 2020. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ, ປະທານ ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີ ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນ; ມີບັນດາ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການອ້ອມຂ້າງແຂວງ, ປະທານ ຄະນະກວດກາເມືອງ ແລະ ພະນັກງານກວດກາແຂວງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2020 ແລະ 5 ປີ ( 2016-2020 ) ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍ ແລະ ພ້ອມກັນສະຫຼຸບຕີລາຄາການເຄື່ອນໄຫວປະຕິບັດວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທົ່ວແຂວງຄໍາມ່ວນ ປະຈໍາປີ 2020 ແລະ 5 ປີ ( 2016-2020) ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດ ການນໍາພາ- ຊີ້ນໍາຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ໄດ້ພ້ອມກັນຕັ້ງໜ້າບຸກບືນ ປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ. ຜ່ານການຕິດຕາມ, ກວດກາ ໄດ້ພົບເຫັນວັດຖຸ, ເງິນຄໍາຕົກເຮ່ຍເສຍຫາຍ ທັງໝົດ 183,54 ຕື້ກີບ, 996,602 ໂດລາ ແລະ 2.605.000 ບາດ, ສາມາດເກັບກູ້ຄືນໃຫ້ລັດໄດ້ທັງໝົດ 12,66 ຕື້ກີບ, ມີຄະນະພັກ ແລະ ສະມາຊິກພັກ ຖືກປະຕິບັດວິໄນທັງໝົດ 501 ຄົນ, ຍິງ 48 ຄົນ; ໃນນີ້ ສຶກສາອົບຮົມ 173 ຄົນ, ຍິງ 18 ຄົນ; ປົດຕໍາແໜ່ງ 47 , ຍິງ 2 ຄົນ, ໂຈະການຮ່ວມຊີວິດພັກ 107 ຄົນ, ຍິງ 15 ຄົນ; ເອົາອອກຈາກພັກ 174 ຄົນ, ຍິງ 13 ຄົນ. ທ່ານ ຄໍາພັນ ພົມມະທັດ ໄດ້ໂອ້ລົມຕໍ່ກອງປະຊຸມ ຍົກໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຄະນະພັກ ແລະ ຄະນະກວດກາແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາ-ຊີ້ນໍາຢ່າງເລິກເຊິ່ງ ຕໍ່ວຽກງານຕິດຕາມ, ກວດກາປົກກະຕິ ຕໍ່ການຈັດຕັ້ງພັກ, ສະມາຊິກພັກ-ພະນັກງານ ຕາມຂັ້ນຄຸ້ມຄອງຂອງຕົນເປັນວິທີການຕົ້ນຕໍ; ສິ່ງສຳຄັນບັນຫາເກີດຂຶ້ນຢູ່ບ່ອນໃດແມ່ນ ຄະນະພັກ ແລະ ການນຳຢູ່ບ່ອນນັ້ນ ຕ້ອງເປັນເຈົ້າການແກ້ໄຂຢ່າງທັນການ ແລະ ຂາດຕົວ. ພ້ອມນີ້ ກໍໃຫ້ເອົາໃຈໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ຄະນະກວດກາຂັ້ນຂອງຕົນ ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນ ໃຫ້ມີປະສິດທິຜົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ