ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການສໍານັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ
ເວລາອອກຂ່າວ: 2021-06-15 12:12:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ:



ໃນວັນທີ 14 ມິຖຸນາ 2021 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ປະກາດການຈັດຕັ້ງ, ໂດຍການເປັນປະທານ ຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ທຽບເທົ່າ ເຂົ້າຮ່ວມ. ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍ້ຕົກລົງວ່າດ້ວຍການອະນຸມັດ ໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ ຈຳນວນ 6 ທ່ານ, ໃນນີ້ ແມ່ນຫົວໜ້າພະແນກ 4 ທ່ານ, ເປັນ ຍິງ 3 ທ່ານ ແລະ ຮອງຫົວໜ້າພະແນກ 2 ທ່ານ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 8 ທ່ານ, ຍິງ 3 ທ່ານ. ສຳລັບການປະຕິບັດນະໂຍບາຍອຸດໜູນຕ່າງໆ ຕໍ່ບັນດາທ່ານເຫຼົ່ານັ້ນ ແມ່ນນັບແຕ່ວັນທີ 1 ກໍລະກົດ 2021 ເປັນຕົ້ນໄປ. ທ່ານ ຄຳເຈນ ວົງໂພສີ ໄດ້ກ່າວຍ້ອງ ຍໍຊົມເຊີຍ ຕໍ່ບັນດາທ່ານ ທີ່ໄດ້ຮັບການປະກາດການຈັດຕັ້ງ ໃນຄັ້ງນີ້ ໄດ້ຍົກໃຫ້ເຫັນ ຜົນງານ, ຄຸນ ງາມຄວາມດີ, ຄວາມເປັນແບບຢ່າງ, ຄວາມອົດທົນພະຍາຍາມ, ຄວາມຮັບຜິດຊອບ, ຄວາມເສຍສະຫຼະ ແລະ ອື່ນໆ. ພ້ອມທັງໄດ້ເນັ້ນໜັກ ໃຫ້ຜູ້ທີ່ໄດ້ຮັບນະໂຍບາຍພັກການຮັບອຸດໜູນບຳນານ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ພ້ອມກັນ ຊ່ວຍຕິດຕາມ, ຊຸກຍູ້ ການປະຕິບັດໜ້າທີ່ ຂອງພະນັກງານ-ລັດຖະກອນ ໃນກົມກອງ ທີ່ບັນດາທ່ານສັງກັດຜ່ານມາ ດ້ວຍຮູບການ ແລະ ວິທີການ ທີ່ສອດຄ່ອງກັບເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງແຕ່ລະທ່ານ. ສຳລັບຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ໃຫ້ສືບຕໍ່ບຸກບືນ, ສູ້ຊົນ ໃນການປະຕິບັດໜ້າທີ່ວຽກງານ ດ້ວຍຈິດໃຈບຸກທະລຸ ແລະ ເປັນແບບຢ່າງ ໃຫ້ແກ່ມະຫາຊົນ, ບໍ່ໃຫ້ມີການສວຍໃຊ້ໜ້າທີ່ໄປໃນທາງທີ່ບໍ່ຖືກຕ້ອງ ຫຼື ປະປ່ອຍ, ເມີນເສີຍ, ຖືເບົາຕໍ່ວຽກງານ. ເພື່ອເປັນທິດນຳໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີມີຜົນສຳເລັດ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ, ທ່ານ ຄຳເຈນ ວົງໂພສີ ຍັງໄດ້ເນັ້ນໜັກເພີ່ມຕື່ມບາງບັນຫາ ເປັນຕົ້ນ ໃຫ້ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ-ລັດຖະກອນສູງຂຶ້ນເລື້ອຍໆ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ໃນແຕ່ລະໄລຍະ ໂດຍສະເພາະ ການເປັນເສນາທິການ ໃຫ້ແກ່ລັດຖະບານ ບົນພື້ນຖານ ການປະຕິບັດໜ້າທີ່ ດ້ວຍຈິດໃຈບຸກທະລຸ, ເອກະພາບກັບແນວທາງ-ມະຕິ, ເຂັ້ມງວດ ຕໍ່ວິໄນຕ່າງໆ, ທັງເສຍສະຫຼະ ເພື່ອຄວາມສຳເລັດຂອງໜ້າທີ່ທີ່ໄດ້ຮັບມອບໝາຍ; ເພີ່ມທະວີກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ມະຕິ, ຄຳສັ່ງ, ນິຕິກຳຕ່າງໆ ຂອງຂັ້ນເທິງ, ລວມທັງ ພາລະບົດບາດ, ສິດ-ໜ້າທີ່ ຂອງພາກສ່ວນທີ່ຕົນຮັບຜິດຊອບ, ພ້ອມທັງ ມີການຈັດຕັ້ງຜັນຂະຫຍາຍ ຢ່າງຖືກຕ້ອງ, ສອດຄ່ອງ ແລະ ໄດ້ຮັບຜົນເປັນຢ່າງດີ; ເພີ່ມທະວີດ້ານການບໍລິຫານ-ຈັດການ ໃຫ້ມີຄວາມວ່ອງໄວ, ຊັດເຈນ, ໂປ່ງໃສ, ຮອບຄອບ, ທັນການ, ບໍ່ເອື່ອຍອີງ ແລະ ບໍ່ລໍຖ້າແຕ່ຄຳສັ່ງ; ຫຼີກລ່ຽງ ການເຫັນແກ່ຜົນປະໂຫຍດສ່ວນຕົວ, ສວຍໂອກາດ ແລະ ສວຍໃຊ້ໜ້າທີ່ຕຳແໜ່ງຂອງຕົນ ໄປໃນທາງທີ່ບໍ່ຖືກຕ້ອງ; ພະນັກງານ-ລັດຖະກອນທຸກຄົນ ຕ້ອງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ທັງຮູ້ຈຳແນກອັນທີ່ຄວນ ແລະ ບໍ່ຄວນ, ຖ້າອັນໃດຖືກຕ້ອງ ແລະ ເປັນປະໂຫຍດ ແກ່ປະເທດຊາດ ແລະ ປະຊາຊົນ ເຖິງມີຄວາມຫຍຸ້ງຍາກ ກໍຕ້ອງໄດ້ພ້ອມກັນເຮັດ ແລະ ເຮັດໃຫ້ໄດ້, ຕ້ອງກ້າປັບປຸງປ່ຽນແປງຕົນເອງ ເພື່ອກ້າວໄປສູ່ກົນໄກໃໝ່ທີ່ດີກວ່າ; ການເຮັດວຽກຕ້ອງຢຶດໝັ້ນຫຼັກການ ລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີການປະສານສົມທົບ ລະຫວ່າງ ການຈັດຕັ້ງກັບການຈັດຕັ້ງ, ບຸກຄົນຕໍ່ບຸກຄົນ ດ້ວຍຮູບການ, ວິທີການຕ່າງໆ ທີ່ສອດຄ່ອງ, ວ່ອງໄວ, ເປັນແບບຢ່າງທີ່ດີ, ແຂ່ງຂັນກັນໃນການປະຕິບັດໜ້າທີ່ ຢ່າງສ້າງສັນ; ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງ ຫສນຍ ເປັນເສນາທີ່ດີ, ທີ່ເກັ່ງ ແລະ ໄດ້ຮັບຄວາມເຊື່ອຖື ຈາກທຸກພາກສ່ວນ; ເພີ່ມທະວີຂອດຕິດຕາມ, ກວດກາ, ປະເມີນຜົນ ແລະ ຊຸກຍູ້ ການປະຕິບັດໜ້າທີ່ ຂອງການຈັດຕັ້ງ, ຂອງບຸກຄົນ ໃນແຕ່ລະໄລຍະ ຕາມທິດຊີ້ນຳຂອງຂັ້ນເທິງ ຕິດພັນກັບການປະຕິບັດນະໂຍບາຍ ດ້ວຍຮູບການຕ່າງໆ ຕໍ່ຜູ້ມີຜົນງານ, ພ້ອມທັງ ມີຄວາມເດັດຂາດ ຕໍ່ຜູ້ທີ່ລະເມີດກົດໝາຍ ແລະ ລະບຽບການ ຢ່າງເຄັ່ງຄັດ ແລະ ທັນເວລາ. ພາບ ແລະ ຂ່າວ : ກົມປະຊາສໍາພັນ ຫສນຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ