ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກເສນາຮັກເຄື່ອນໄຫວສັກຢາວັກຊິນປ້ອງກັນໂຄວິດ 19 ຮອບທີ 1
ເວລາອອກຂ່າວ: 2021-06-15 11:36:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 238 | ຄວາມນິຍົມ:



ໃນລະຫວ່າງວັນທີ 12-14 ມິຖຸນາ 2021 ນີ້, ພະແນກເສນາຮັກ ຫ້ອງພະລາທິການກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ເຄື່ອນໄຫວເປີດຂະບວນການສັກຢາວັກຊິນປ້ອງກັນພະຍາດໂຄວິດ 19 ຮອບທີ 1 ໃຫ້ໂຮງຮຽນການທະຫານທ້ອງຖິ່ນ, ກອງຮ້ອຍ 03 ທີ່ຂຶ້ນກັບ ງໍ 19, ກອງຮ້ອຍທະຫານປ້ອງກັນຊາຍແດນ 112 ແລະ 117 ໂດຍການເປັນປະທານ ແລະ ຊີ້ນໍາໂດຍ ສະຫາຍ ພັນໂທ ດຣ ບຸນມີ ສຸລິຍະພອນ ຫົວໜ້າພະແນກເສນາຮັກ ຫ້ອງພະລາທິການກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາກົມກອງ, ຄະນະທີມງານແພດຈາກໂຮງໝໍທະຫານແຂວງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຮັບການສັກຢາຢ່າງຫຼວງຫຼາຍ. ຢາທີ່ນໍາມາສັກໃນຊຸດນີ້ມີຊື່ວ່າ: ຊີໂນຟາມ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ, ການສັກຢາວັກຊິນໃນຄັ້ງນີ້ ເພື່ອເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ພະນັກງານ-ນັກຮົບຜູ້ທີ່ມີຄວາມສ່ຽງໃນການເດີນທາງເຄື່ອນໄປໄຫວໄປປະຕິບັດໜ້າທີ່ຕາມຈຸດສະຖານທີ່ຕ່າງໆ ໂດຍສະເພາະແມ່ນຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃນການເຄື່ອນໄຫວລາດຕະເວນລຽບຕາມຊາຍແດນຢູ່ບ່ອນທີ່ມີຄວາມສ່ຽງ, ໃນນີ້ ມີພະນັກງານ-ນັກຮົບໄດ້ຮັບການສັກຢາວັກຊິນທັງໝົດ 176 ຄົນ, ປະຊາຊົນອ້ອມຂ້າງກົມກອງ 18 ຄົນ ແລະ ພະນັກງານ 1 ຄົນ. ໃນໂອກາດດັ່ງກ່າວຍັງໄດ້ມອບເຄື່ອງປ້ອງກັນໂຄວິດ 19 ໃຫ້ກອງຮ້ອຍທະຫານປ້ອງກັນຊາຍແດນຊາຍ 117 ເຊິ່ງປະກອບມີ ຜ້າອັດປາກ-ດັງ 500 ອັນ, ເຈວລ້າງມື 5 ກ້ອງ, ເຄື່ອງແທກອຸນຫະພູມ 1 ເຄື່ອງ ແລະ ໝີໄວໆ ສໍາເລັດຮູບ 4 ແກັດ ລວມມູນຄ່າ 1.800.000 ກີບ ແລະ ກ່າວຮັບໂດຍ ຄະນະພັກ-ຄະນະບັນຊາກົມກອງດັ່ງກ່າວ. ໃນໂອກາດທີ່ໄດ້ລົງເຄື່ອນໄຫວສັກຢາວັກຊິນປ້ອງກັນໂຄວິດ 19 ໃນຊຸດນີ້, ສະຫາຍ ພັນໂທ ດຣ ບຸນມີ ສຸລິຍະພອນ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບແຕ່ກົມກອງ ຈົ່ງເອົາໃຈໃສ່ຕິດຕາມ, ເຝົ້າລະວັງການແຜ່ລະບາດຂອງພະຍາດດັ່ງກ່າວ ເປັນຕົ້ນແມ່ນຕ້ອງໃສ່ຜ້າອັດປາກດັງ, ລ້າງມືດ້ວຍສະບູ່ ຫຼື ເຈວລ້າງມື, ຮັກສາໄລຍະຫ່າງທາງສັງຄົມ, ໝັ່ນອະນາໄມສະຖານທີ່ພັກອາໃສໃຫ້ສະອາດ ໂດຍສະເພາະແມ່ນຂອບເຂດຄ້າຍຄູ ແລະ ຖ້າບໍ່ມີວຽກຈໍາເປັນແມ່ນບໍ່ໃຫ້ອອກຈາກຂອບເຂດສໍານັກ ເພື່ອປ້ອງກັນຕ້ານການແຜ່ລະບາດຂອງພະຍາດບໍ່ໃຫ້ຕິດເຊື້້ອໃນກົມກອງ ແລະ ຊວງໄລຍະນີ້ກໍ່ຕ້ອງໄດ້ລະວັງໃນການໄປມາໂດຍສະເພາະແມ່ນການຂັບຂີ່ລົດຕ່າງໆບໍ່ໃຫ້ເກີດກໍລະນີໃດໆ ນອກນີ້ ຕ້ອງໄດ້ອະນາສະຖານທີພັກອາໃສສະອາດ ບໍ່ໃຫ້ີນໍ້າຂັງເພື່ອບໍ່ໃຫ້ຍຸງມາໄຂ່ເພື່ອບໍ່ໃຫ້ມີພະຍາດໄຂ້ເລືອດອອກ ທັງນີ້ກໍ່ເພື່ອຮັກສາສຸຂະພາບຂອງພະນັກງານນັກຮົບໃຫ້ແຂງແຮງກຽມພ້ອມປະຕິບັດໜ້າທີ່ຕາມຂັ້ນເທິງມອບໝາຍໃຫ້ສໍາເລັດ. ຂ່າວ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ