ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງໄຊຍະບູລີລົງຊ່ວຍປະຊາຊົນທີ່ຖືກໄພພິບັດນ້ຳຖ້ວມຢ່າງຮີບດ່ວນ
ເວລາອອກຂ່າວ: 2021-06-15 11:34:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ:



ໃນວັນທີ 13-14 ມີຖຸນາ 2021 ນີ້, ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ໄດ້ເຮັດໃຫ້ແມ່ນໍ້າຮຸ່ງບວກກັບນໍ້າຫ້ວຍຮ່ອງຄອງບຶງ ແລະ ສາຍນໍ້າຕ່າງໆໄຫຼເຂົ້າຖ້ວມຕົວເມືອງໄຊຍະບູລີ, ເປັນຕົ້ນແມ່ນເຂົ້າຖ້ວມບ້ານເຮືອນ, ຮ້ານຄ້າ-ຂາຍເຄື່ອງ, ຕະຫຼາດ, ໂຮງຮຽນ, ຮ້າຍຂາຍເຄື່ອງຍ່ອຍ ແລະ ພື້ນທີ່ທຳການຜະລິດຂອງພໍ່ແມ່ປະຊາ ຊົນທົ່ວເມືອງໄຊຍະບູລີ, ຕໍ່ກັບສະພາບການນໍ້າຖ້ວມໃນຄັ້ງນີ້ທາງກອງບັນຊາການທະຫານແຂວງໄຊຍະບູລີກໍ່ໄດ້ນໍາເອົາກຳລັງອ້ານນ້ອງຂອງຕົນຈຳນວນ 400 ສະຫາຍ, ກອງພົນທະຫານຮາບທີ 2 ຈໍານວນ300 ສະຫາຍ, ກອງບັນຊາການ ປກສ ແຂວງ 350 ສະຫາຍ, ຊາວໝຸ່ມອົງການອ້ອມຂ້າງແຂວງ 360 ສະຫາຍ, ລົງໃຫ້ ການຊ່ວຍເຫຼືອພໍ່ແມ່ປະຊາຊົນແຕ່ລະບ້ານທີ່ຖືກຜົນກະໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຢ່າງຮີບດ່ວນ, ດ້ວຍການຂົນເຄື່ອງຂອງຕ່າງໆອອກຈາກເຮືອນໄປໄວ້ທີ່ສູງ, ໂດຍສະເພາະແມ່ນລົດລາງພາຫະນະ, ເຄື່ອງໃຊ້ໄພຟ້າ, ສັດລ້ຽງ ແລະ ອື່ນໆທີ່ມີຄວາມຈໍາເປັນ, ນອກນັ້ນຍັງຊ່ວຍພໍ່ແມ່ປະຊາ ຊົນຂົນດິນ, ຊາຍໃສ່ເປົາລຽນໃສ່ໜ້າບ້ານເພື່ອປ້ອງກັນບໍ່ໃຫ້ນໍ້າໄຫຼເຂົ້າຖ້ວມເຮືອນ, ມາຮອດວັນທີ 15 ມີຖຸນາ 2021 ກໍາລັງຂອງ ປກຊ- ປກສ ແລະ ພາກສ່ວນຕ່າງໆກໍ່ຍັງໄດ້ສືບຕໍ່ຊ່ວຍເຫຼື່ອຄອບຄົວຂອງພໍ່ແມ່ປະຊາຊົນໂດຍການມ້ຽນມັດເຄື່ອງຂອງອານາໄມເຮືອນຊານບ້ານຊອງສະຖານທີ່ຕ່າງໆເພື່ອໃຫ້ກັບເຂົ້າສູ່ພາ ວະເດີມ. ຂ່າວ ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ