ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໃນວັນທີ 15 ມີຖຸນາ 2021 ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ເພີ່ມ 15 ຄົນ
ເວລາອອກຂ່າວ: 2021-06-15 11:01:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:



ໃນວັນທີ 15 ມີຖຸນາ ປີ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ , ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານ ສະພາບການລະບາດຂອງພະຍາດ COVID-19 ຢູ່ໃນ ສປປ ລາວ: ເຊິ່ງໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,025 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 15 ກໍລະນີ, ໃນນັ້ນ ຈາກນະຄອນຫຼວງ 6 ກໍລະນີ, ສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ; ສຳລັບນະຄອນຫຼວງວຽງຈັນ 6 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ; ສ່ວນ ສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ; ຕິດເຊື້ອສະສົມທັງໝົດ 2,025 ກໍລະນີ (ໃໝ່ 15), ເສຍຊີວິດ 3 ກໍລະນີ (ໃໝ່ 0), ປິ່ນປົວຫາຍດີສະສົມ 1,905 ກໍລະນີ, ກຳລັງປິ່ນປົວ 117 ກໍລະນີ. + 6 ກໍລະນີ ທີ່ພົບ ຢູ່ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງຕໍ່ໄປນີ້: - ກໍລະນີ 1: ເພດຊາຍ, ອາຍຸ 29 ປີ, ສັນຊາດລາວ, ອາຊີບ: ພະນັກງານແພດໂຮງໝໍ 5 ເມສາ, ບ້ານພະໂພ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ - ກໍລະນີ 2 ເພດຊາຍ, ອາຍຸ 10 ເດືອນ, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການໄຂ້ ແລະ ເຈັບຄໍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ ເຊິ່ງເປັນພະນັກງານ (ເປັນແມ່), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ - ກໍລະນີ 3 : ເພດຍິງ, ອາຍຸ 44 ປີ, ອາຊີບ: ຄ້າຂາຍອາໄຫຼ່, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ແມ່ຂອງຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ - ກໍລະນີ 4: ເພດຍິງ, ອາຍຸ 20 ປີ, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີໄຂ້, ເຈັບຄໍ, ໄອ, ຂີ້ກະເທີ່, ປວກຮາກ ແລະ ເມື່ອຍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ເປັນນ້ອງສາວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ - ກໍລະນີ 5 : ເພດຍີງ, ອາຍຸ 21 ປີ, ອາຊີບ: ຄ້າຂາຍອາໄຫຼ່, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ເປັນນ້ອງສາວຂອງຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ - ກໍລະນີ 6 : ເພດຍິງ, ອາຍຸ: 27 ປີ, ບ້ານໜອງທາເໜືອ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ, ປະຈຸບັນ ທີມງານກຳລັງຕິດຕໍ່ເອົາຂໍ້ມູນລະອຽດຂອງຜູ້ກ່ຽວ. + ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ: ວັນທີ 07/06/2021 ຫຼື ວັນທີ 8/06/2021 ໄປຖ່າຍຮູບຢູ່ Parkson ແຖວຖະໜົນຄູວຽງ ໃກ້ Vientiane Centre, ວັນທີ 8-9/06/2021 ໄປຊື້ເຄື່ອງຢູ່ Viewmall, ວັນທີ 10/06/2021 ໄປບ້ານໝູ່ຢູ່ສະພັງໝໍ້, ວັນທີ 11/06/2021 ໄປອ້ອມຮົ້ວຊ່ວຍພີ່ນ້ອງ ຢູ່ບ້ານວຽງຄຳ, ເມືອງສີໂຄດຕະບອງ ແລະ ໄປຕະຫຼາດຈັນສະຫວ່າງ, ວັນທີ 11/06/2021 ໄປກິນເຂົ້າປຸ້ນແຈ່ວຂິງ ຢູ່ທ່າເດື່ອ, ຮ້ານຢູ່ແຄມຂອງ, ວັນທີ 12/06/2021 ໄປບ້ານໜອງບົວທອງ, ເມືອງສີໂຄດຕະບອງ, ວັນທີ 14/06/2021 ໄປຊື້ຢາຢູ່ຮ້ານຂາຍຢາໃສສະອາດ ສາຂາໜ້າໂຮງໝໍມິດຕະພາບ, ວັນທີ 14/06/2021 ເວລາ 20:15 - 20:30 ໂມງ ໄປກວດພະຍາດຢູ່ຫຼັກໄຊຄລີນິກ (ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 17 ບ້ານ ໃນ 07 ເມືອງ ແລະ ບ້ານໃໝ່ທີ່ກຳນົດເປັນບ້ານເຂດແດງໃນວັນທີ 15 ມີຖຸນາ 2021 ມີ 1 ບ້ານຄື: ບ້ານໜອງແຕ່ງເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ