ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເກີດນໍ້າຖ້ວມກະທັນຫັນຫຼາຍບ້ານຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ
ເວລາອອກຂ່າວ: 2021-06-15 10:19:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 352 | ຄວາມນິຍົມ:



ຈາກການລາຍງານເບື່ອງຕົ້ນຂອງທ່ານເຈົ້າເມືອງໆຜາອຸດົມ ແຂວງບໍ່ແກ້ວໃຫ້ຮູ້ວ່າ: ພາຍຫຼັງເກີດມີຝົນຕົກໜັກຕໍ່ເນື່ອງກັນເປັນເວລາ 1 ວັນ ໃນວັນທີ 13 ມີຖຸນາ 2021ນີ້, ຢູ່ເມືອງຜາດົມ ແຂວງບໍ່ແກ້ວ ໄດ້ມີພາຍຸລົມແຮງ ແລະ ຝົນຕົກຫນັກ ເຮັດໃຫ້ນໍ້າຖ້ວມເຮືອນຂອງພໍ່ແມ່ປະຊາຊົນ, ນ້ຳຖ້ວມເສັ້ນທາງ, ດິນເຈື່ອຖົມທາງ, ຕົ້ນໄມ້ຫັກທັບຕາຂ່າຍໄຟຟ້າ, ເຊິ່ງສ້າງຜົນເສຍຫາຍໃຫ້ແກ່ວັດຖຸ ແລະ ຊັບສິນ ຂອງພໍ່ແມ່ປະຊາຊົນພາຍໃນເມືອງຜາອຸດົມ ຈໍານວນ 12 ບ້ານ, ໃນນັ້ນມີນ້ໍາໄຫຼເຂົ້າຖ້ວມບ້ານ-ເຮືອນ ຈໍານວນ 6 ບ້ານຄື: ບ້ານນາໂຮມ, ບ້ານສົມສະຫວ່າງ, ບ້ານປຸງລາດ, ບ້ານໂຮມສຸກ, ບ້ານວຽງພັດທະນາ ແລະ ບ້ານໃຫຍ່ນໍ້າຍາວ. ມີປະຊາຊົນໄດ້ຮັບຜົນກະທົບໃນເບື້ອງຕົ້ນມີຈໍານວນ 3 ບ້ານຄື: ບ້ານວຽງພັດທະນາ, ບ້ານມົກໂຊະ ແລະ ບ້ານ ໂຮມສຸກ ຈໍານວນ 13 ຄອບຄົວ, ມູນຄ່າຄວາມເສຍຫາຍ 200 ກວ່າລ້ານກີບ ເຊິ່ງມີລາຍລະອຽດດັ່ງນີ້: ເຮືອນຂອງປະຊາຊົນນໍ້າພັດໄຫຼນໍ້າຈໍານວນ 6 ຫຼັງຄາເຮືອນ, ລົດຈັກ 6 ຄັນ, ເຄື່ອງໃຊ້ໄຟຟ້າ 3 ເຄື່ອງ, ຕູບຕະຫຼາດນັດຢູ່ບ້ານວຽງພັດທະນາຈໍານວນ 12 ຫຼັງ, ງົວ 2 ໂຕ, ໝູ 6 ໂຕ ແລະ ສັດປີກຈໍານວນໝຶ່ງ, ໜອງປາ ແລະ ເຄື່ອງປູກຂອງຝັງຂອງປະຊາຊົນ. ເສັ້ນທາງ ແລະ ຂົວເຊາະເຈື່ອນ 8 ຈຸດ, ໄມ້ຫັກທັບຕາຂ່າຍໄຟຟ້າ 1 ຈຸດ, ຫໍພັກນັກຮຽນຈໍານວນ 4 ຫຼັງ ແລະ ຫໍພັກຄູ-ອາຈານສອນຢູ່ບ້ານກອນຊອດຈໍານວນ 1 ຫຼັງ 6 ຫ້ອງນອນ. ສາເຫດທີ່ພາໃຫ້ເກີດມີນ້ໍາຖ້ວມໃນຄັ້ງນີ້ຍ້ອນ: ມີຝົນຕົກຫນັກຕະຫຼອດຄືນ ຕັ້ງແຕ່ 6 ແລງ ເຖີງ 9 ໂມງເຊົ້າ ເຮັດໃຫ້ມີປະລິມານນ້ໍາຫຼາຍ ແລະ ຂົວຂ້າມນໍ້າຕາມເສັ້ນທາງ ແຕ່ລະຈຸດມັນນ້ອຍເຮັດໃຫ້ນໍ້າໄຫຼບໍ່ທັນຈິ່ງເຮັດໃຫ້ນ້ໍາຍື່ງຂື້ນຖ້ວມ, ມີຕົ້ນໄມ້, ຂີ້ເຫຍື້ອໄຫຼມາຕັນທໍ່ ແລະ ຂົວຂ້າງເຮັດໃຫ້ນໍ້າໄຫຼບໍ່ສະດວກ ຕໍ່ກັຍສະພາບດັ່ງກ່າວໄດ້ ແຕ່ງຕັ້ງຄະນະຮັບຜິດຊອບລົງຕິດຕາມ, ເຝົ້າລະວັງໃນຈຸດຕ່າງໆທີ່ມີ ຄວາມສ່ຽງ ຊ່ວຍເຫຼື່ອສຸກເສີນຊ່ວຍປະຊາຊົນປະກອບມີ: ຄະນະພັກອໍານາດການປົກຄອງເມືອງ, ຄະພັກຮາກຖານຜູ້ຊີ້ນໍາແຕ່ລະກຸ່ມໄດ້ເປັນເຈົ້າການລົງກວດກາ ແລະ ປະສານສົມທົບທຸກພາກສ່ວນເພື່ອຊ່ວຍເຫຼືອປະຊາຊົນຢ່າງທັນການ. ໄດ້ນໍາເອົາກໍາລັງກອງບັນຊາການທະຫານເມືອງ ຈໍານວນ 25 ສະຫາຍ ແລະ ກອງພັນໃຫຍ່ 302 ຈໍານວນ 50 ສະຫາຍ, ລົງຊ່ວຍເຫຼືອປະຊາຊົນໃນຈໍານວນ 4 ຈຸດຄື: ຈຸດບ້ານນາໂຮມ, ບ້ານໂຮມສຸກ, ບ້ານວຽງພັດທະນາ ແລະ ບ້ານສີບຸນເຮືອງ ໃນການຊ່ວຍເຫຼື່ອອຸທົກກະໄພເບື້ອງຕົ້ນເຊັ່ນ: ຍົກຍ້າຍເຄື່ອງຂ້ອງຕ່າງໆຂອງພໍ່ແມ່ປະຊາຊົນ ໄວ້ບ່ອນທີ່ປອດໄພ. ພ້ອມ ທັງໂຄສະນາປຸກລະດົມໃຫ້ທຸກ ຄົນເອົາໃຈໃສຕິດຕາມສະພາບ ດິນຟ້າອາກາດຢ່າງໃກ້ຊິດ ໂດຍຈະໄດ້ສືບຕໍ່ຕິດຕາມສະພາບຢູ່ແຕ່ລະຈຸດທີ່ປະສົບໄພນ້ຳຖ້ວມຈົນກ່ວາມີທ່າອ່ຽງກັບຄືນເຂົ້າສູ່ສະ ພາວະປົກກະຕິ. ໂດຍ: ວໍລະສິດ ພິດສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ