ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ສຸມກຳລັງອ້າຍນ້ອງທະຫານ ແລະ ພາຫະນະ ຊ່ວຍເຫຼືອ ປະຊາຊົນທີປະສົບໄພນໍ້າຖ້ວນຢູ່ເມືອງໄຊຍະບູລີ
ເວລາອອກຂ່າວ: 2021-06-15 10:07:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ໃນລະຫວ່າງ ວັນທີ 13-14 ມີຖຸນາ 2021ນີ້. ມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັັນ ເຮັດໃຫ້ແມ່ນໍ້າຮຸ່ງ ບວກກັບນໍ້າຫ້ວຍຮ່ອງຄອງບຶງຕ່າງໆຍື່ງຂື້ນ ແລະ ໄຫຼເຂົ້າຖ້ວມຕົວເມືອງໄຊຍະບູລີ ເຊິ່ງແມ່ນເທດສະບານຂອງແຂວງ ເຮັດໃຫ້ໄຫຼເຂົ້າຖ້ວມບ້ານເຮືອນ,ຮ້ານຄ້າ,ໄຮ່ນາ,ຮົ້ວສວນ ແລະ ເນື້ອທີ່ທໍາການຜະລິດຂອງພໍ່ແມ່ປະຊາຊົນຊາວເມືອງໄຊຍະບູລີຈຳນວນຫຼວງຫຼາຍ. ຕໍ່ເຫດການດັ່ງກ່າວ ຄະນະພັກ ຄະນະບັນຊາກອງພົນທີ 2 ໄດ້ສົມທົບກັບອຳນາດການປົກຄອງແຂວງ ຮິບຮ້ອນສຸມກຳລັງອ້າຍນ້ອງທະຫານຈຳນວນ 500 ສະຫາຍ ແລະ ພາຫະນະຈໍານວນໜື່ງ ປະກອບມີ ລົດເຄື່ອນທີ່ ຈຳນວນ 15 ຄັນ ແລະ ເຮືອກູໄພ ຈຳນວນ 2 ລຳ ເພື່ອເລັ່ງຊ່ວຍເຫຼືອພໍ່ແມ່ປະຊາຊົນເບື້ອງຕົ້ນ ດ້ວຍການຂົນເອົາຜູ້ເຖົ້າ, ເດັກນ້ອຍ , ແມ່ຍີງ , ສັດລ້ຽງ ແລະ ເຄື່ອງໃຊ້ທີ່ຈຳເປັນໄປໄວ້ເຂດທີປອດໄພ. ເຫດການດັ່ງກ່າວ ຍັງໄດ້ສົ່ງຜົນກະທົບຕໍ່ກົມກອງທີ່ຂື້ນກັບພົນທີ 2 ເປັນຕົ້ນ ຫ້ອງການເມືອງ, ຫ້ອງເສນາ ,ກອງພັນ 627 , ກອງພັນ 629 ,ກອງພັນ 263 ແລະ ກອງພັນ 567 ໄດ້ເຮັດໃຫ້ສະຖານທີ່ ຄ້າຍຄູ່ ທີ່ຢູ່ອາໄສ,ສັດລ້ຽງ ແລະ ເນື້ອທີ່ທຳການຜະລິດຂອງກົມກອງຈຳນວນໜື່ງເສຍຫາຍ. ສ່ວນມູນຄ່າຂອງການເສຍຫາຍແມ່ນຈະລາຍງາຍໃຫ້ຮູ້ຕາມພາຍຫຼັງ. ໂດຍ: ສຸວັນໂນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ