ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກມທ ຈັດຕັ້ງສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທີ 2
ເວລາອອກຂ່າວ: 2021-06-15 10:06:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ວັນທີ 15 ມິຖຸນາ 2021 ນີ້, ກົມໃຫຍ່ການເມືອງກອງທັບໄດ້ຈັດຕັ້ງສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ເຂັ້ມທີ 2 ໃຫ້ພະນັກງານ - ນັກຮົບ,ທັງນີ້ກໍ່ເພື່ອເປັນການປະຕິບັດຕາມຄໍາສັ່ງແຈ້ງການຂອງຄະນະກວດກາການຄວບຄຸມການແຜ່ລະບາດຂັ້ນສູນກາງ, ກໍຄືຄະນະສະເພາະກິດຂອງກະຊວງປ້ອງກັນປະເທດ, ເພຶ່ອສ້າງພູມຄຸ້ມກັນໃຫ້ພະນັກງານ-ນັກຮົບ ໃນການປ້ອງກັນເຊື້ອພະຍາດັ່ງກ່າວ, ກ່ອນສັກຢາວັກຊີນຕ້ອງໄດ້ກວດກາສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ, ຄວາມດັນ, ບໍ່ມີພະຍາດປະຈໍາຕົວ ພ້ອມທັງເຫັນດີອະນຸຍາດໃຫ້ແພດສັກຢາດ້ວຍຄວາມສະໝັກໃຈ ພາຍຫຼັງສັກວັກຊີນແລ້ວຕ້ອງນັ່ງພັກຜ່ອນເປັນເວລາ 30 ນາທີ ເພື່ອຕິດຕາມອາການແລ້ວຮັບໃບຢັ້ງຢືນຈາກໜ່ວຍງານສະເພາະກິດຂອງກະຊວງ ຫຼັງຈາກນັ້ນແມ່ນໃຫ້ຕິດຕາມສຸຂະພາບຂອງຕົນເອງພາຍໃນ 1 ອາທິດ, ຫ້າມດື່ມເຄື່ອງດື່ມສິງທີ່ມີທາດເຫຼົ້າ, ອາຫານເຄື່ອງດອງຕ່າງໆ ຖ້າມີອາການຜິດປົກກະຕິໃຫ້ຮີບຮ້ອນລາຍງານ ພ້ອມທັງປຶກສາແພດປະຈໍາກົມກອງຫຼືໂຮງໝໍສູນກາງຢ່າງຮີບດ່ວນ. ໂດຍ: ຫຼວງອານຸ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ