ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມນະໂຍບາຍ ກມທ ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ກັບກົມນະໂຍບາຍ ປກສ
ເວລາອອກຂ່າວ: 2019-01-02 09:16:33 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ກົມນະໂຍບາຍກົມໃຫຍ່ການ ເມືອງກອງທັບ ໄດ້ສ້າງຂະບວນ ການແຂ່ງຂັນກີລາມິດຕະພາບ ກັບກົມ ນະໂຍບາຍກະຊວງປ້ອງ ກັນຄວາມສະຫງົບທີ່ເດີ່ນກີລາ ເທບປັນຍາ ໃນວັນທີ 28 ທັນວາ 2018 ນີ້, ໂດຍການເຂົ້າຮ່ວມ ຂອງ ພັນເອກ ດວງສອນ ແກ້ວ ບຸນຫວນ ຮອງຫົວໜ້າກົມນະໂຍ ບາຍກະຊວງປ້ອງກັນປະເທດ, ມີ ພັນໂທ ນາງ ຈັນເດືອນ ເທພະວົງ ຫົວໜ້າກົມນະໂຍບາຍກະຊວງ ປ້ອງກັນຄວາມສະຫງົບ, ເຊິ່ງມີ ບັນດາຄະນະພັກ-ຄະນະບັນຊາ, ກົມກອງ, ຫ້ອງການ, ພະແນກ ການ ແລະ ບັນດານັກກີລາທັງ ສອງກົມກອງເຂົ້າຮ່ວມ. ຈຸດປະສົງຂອງການຈັດກິດຈະ ກຳແຂ່ງຂັນກີລາໃນຄັ້ງນີ້ກໍເພື່ອ ເປັນການສ້າງບັນຍາກາດຟົດຟື້ນ ມ່ວນຊື່ນຂໍ່ານັບຮັບຕ້ອນວັນປະ ຫວັດສາດຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະ ແມ່ນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີທີ່ຈະມາ ເຖິງໃນມໍ່ໆນີ້ໃຫ້ເປັນຂະບວນ ການຟົດຟື້ນກວ້າງຂວາງ ແລະ ມີ ເນື້ອໃນຄວາມໝາຍອັນເລິກເຊິ່ງ. ທັງເປັນການເຕົ້າໂຮມຄວາມສາ ມັກຄີຮັກແພງລະຫວ່າງກົມກອງ ຕໍ່ກົມກອງ, ລະຫວ່າງບຸກຄົນຕໍ່ ບຸກຄົນທີ່ມີຢູ່ແລ້ວໃຫ້ເພີ່ມທະວີ ຄູນຂຶ້ນກວ່າເກົ່າ, ທັງເປັນການ ເສີມສ້າງສຸຂະພາບພະລານາໄມ ຂອງພະນັກງານ-ນັກຮົບໃຫ້ມີສຸ ຂະພາບແຂງແຮງ ກຽມພ້ອມຮັບ ໃຊ້ໜ້າທີ່ວຽກງານທີ່ຂັ້ນເທິງ ມອບໝາຍໃຫ້ປະສົບຜົນສຳເລັດ. ເຊິ່ງກີລາທີ່ນຳມາແຂ່ງຂັນໃນຄັ້ງ ນີ້ມີເຕະບານຊາຍ, ເປຕັງຄະນະ ພັກ-ຄະນະບັນຊາ ແລະ ເປຕັງ ຊາວໜຸ່ມ. ການແຂ່ງຂັນແມ່ນດຳ ເນີນໄປດ້ວຍບັນຍາກາດຟົດຟື້ນ ເຕັມໄປດ້ວຍສຽງຊົມສຽງເຊີຍຕະ ຫຼອດງານການແຂ່ງຂັນ. ໂອກາດ ດັ່ງກ່າວກົມນະໂຍບາຍກະຊວງ ປກສ ຍັງໄດ້ນຳເອົາເຄື່ອງກີລາ ແລະ ເງິນສົດ 5 ລ້ານກີບມອບ ໃຫ້ກົມນະໂຍບາຍກະຊວງປ້ອງ ກັນປະເທດຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ