ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 11 ມອບເງິນໃຫ້ພະນັກງານ-ນັກຮົບອອກອຸດໜຸນເທື່ອດຽວ
ເວລາອອກຂ່າວ: 2021-06-14 16:45:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1673 | ຄວາມນິຍົມ:



ໃນວັນທີ 11 ມິຖຸນາ 2021 ນີ້ ກອງພັນໃຫຍ່ 11 ໄດ້ມອບເງິນໃຫ້ພະນັກງານ-ນັກຮົບທີ່ອອກອຸດໜຸນເທື່ອດຽວ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ຄຳສາຍ ມົນດວງສິງ ຄະນະປະຈຳພັກ ຫົວໜ້າພະແນກການເມືອງກອງພັນໃຫຍ່ 11, ມີບັນດາອະນຸກຳມະການທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບທີ່ອອກອຸດໜຸນເຂົ້າຮ່ວມ. ໃນພິທີສະຫາຍ ຮ້ອຍເອກ ຄຳຫຼ້າ ວິຄຳພັນ ຊ່ວຍວຽກຂະແໜງກຳລັງພົນ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 2181 ວ່າດ້ວຍການອະນຸມັດໃຫ້ນາຍສິບອອກອຸດໜຸນບຳເນັດ ອີງຕາມຂໍ້ກຳນົດວ່າດ້ວຍລະບຽບຂອງນາຍສິບ ແລະ ພົນທະຫານໃນກອງທັບປະຊາຊົນລາວ(ສະບັບປັບປຸງ) ສະບັບເລກທີ 1681/ກປທ ລົງວັນທີ 12 ພຶດສະພາ 2016 ມາດຕາ 27,ຂໍ້ 2, ອີງຕາມການຄົ້ນຄວ້ານຳສະເໜີຂອງກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ຕົງລົງໃຫ້ສະຫາຍ ວາທີ ບຸງລັງ ແພງສະຫວັນ, ສະຫາຍ ສິບເອກ ຄຳຫຼ້າ ປ້າວເຢ້ຢ່າງ, ສະຫາຍ ຮ້ອຍໂທ ສົມບັດ ຢ່າງຕົງມາອອກອຸດໜູນເທື່ອດຽວ ຈາກນັ້ນກໍມອບເງິນໃຫ້ບັນດາສະຫາຍດັ່ງກ່າວລວມເປັນເງິນທັງໝົດແມ່ນ 85.989.000ກີບ. ໂດຍ: ເຄນ ພົມສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ