ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການກຳມະບານ ປກທ ລົງເຜີຍແຜ່ກົດໝາຍວ່າດ້ວຍກຳມະບານລາວ (ສະບັບປັບປຸງ)
ເວລາອອກຂ່າວ: 2019-01-02 09:14:47 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ພັນໂທ ສິວິໄລພົງ ເພົ້າວິໄລ ຮອງຫົວໜ້າຫ້ອງການກຳມະ ບານ ກະຊວງປ້ອງກັນປະເທດ ໄດ້ລົງໂຄສະນາເຜີຍແຜ່ກົດ ໝາຍວ່າດ້ວຍກຳມະບານລາວ (ສະບັບປັບປຸງໃໝ່) ຢູ່ທີ່ໂຮງ ງານເກີບທັນວາ ໃນວັນທີ 26 ທັນ ວາ 2018 ນີ້, ໂດຍມີຄະນະພັກ- ຄະນະບັນຊາພ້ອມດ້ວຍພະນັກ ງານ-ນັກຮົບໃນກົມກອງເຂົ້າ ຮ່ວມຮັບຟັງ. ການລົງເຜີຍແຜ່ກົດໝາຍ ຂອງກຳມະບານໃນຄັ້ງນີ້ກໍເພື່ອ ແນໃສ່ໃຫ້ຄະນະພັກ-ຄະນະບັນ ຊາພ້ອມດ້ວຍພະນັກງານ-ນັກ ຮົບໃນໂຮງງານດັ່ງກ່າວໄດ້ມີ ຄວາມຮັບຮູ້ເຂົ້າໃຈ, ເຊື່ອມຊຶມ ກຳແໜ້ນເນື້ອໃນ, ພາລະບົດ ບາດ, ສິດ ແລະ ໜ້າທີ່, ຫຼັກການ ທາງດ້ານລະບຽບການ, ມາດ ຕາການກ່ຽວກັບກົດໝາຍຂອງ ກຳມະບານລາວ ເພື່ອນຳໄປຈັດ ຕັ້ງປະຕິບັດເຂົ້າໃນວຽກງານຕົວ ຈິງໃຫ້ຖືກຕ້ອງຕາມຂໍ້ກຳນົດ ກົດລະບຽບທີ່ໄດ້ລະບຸໄວ້ຢ່າງ ເຂັ້ມງວດ. ສໍາລັບກົດໝາຍກຳ ມະບານລາວ (ສະບັບປັບປຸງ ໃໝ່) ທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະ ກອບມີ 11 ພາກຄື: ພາກທີ 1 ບົດບັນຍັດທົ່ວໄປເຊິ່ງປະກອບມີ 7 ມາດຕາ, ພາກທີ 2 ການຈັດຕັ້ງ ຂອງກຳມະບານລາວ ມີ 6 ໝວດ 24 ມາດຕາ, ພາກທີ 3 ກອງປະ ຊຸມຂອງກຳມະບານ ມີ 7 ມາດ ຕາ, ພາກທີ 4 ຄວາມຮັບຜິດຊອບຂອງການຈັດຕັ້ງຕໍ່ວຽກງານກຳມະບານ ປະກອບມີ 2 ໝວດ 10 ມາດຕາ, ພາກທີ 5 ວຽກງານການເງິນຂອງກຳມະ ບານລາວ ມີ 6 ມາດຕາ, ພາກທີ 6 ການແກ້ໄຂຂໍ້ຂັດແຍ່ງດ້ານສິດ ແລະ ຜົນປະໂຫຍດ ມີ 5 ມາດ ຕາ, ພາກທີ 7 ຂໍ້ຫ້າມ ປະກອບ ມີ 3 ມາດຕາ, ພາກທີ 8 ການ ກວດກາວຽກງານກຳມະບານ ມີ 5 ມາດຕາ, ພາກທີ 9 ວັນສ້າງຕັ້ງ, ເຄື່ອງໝາຍ, ເຄື່ອງແບບ ແລະ ຕາປະທັບ ມີ 4 ມາດຕາ, ພາກທີ 10 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕາການຕໍ່ຜູ້ລະເມີດ ມີ 2 ມາດຕາ ແລະ ພາກທີ 11 ບົດບັນຍັດສຸດທ້າຍປະກອບມີ 2 ມາດຕາ. ໃນໂອກາດດັ່ງກ່າວ ໂຮງງານຍັງໄດ້ປະກາດເລື່ອນ ຊັ້ນໃຫ້ພະນັກງານນັກຮົບໃນກົມ ກອງຕົນໃນນີ້ໄດ້ປະກາດເລື່ອນ ຊັ້ນ ສິບໂທ ຂຶ້ນ ສິບເອກ ຈໍານວນ 6 ສະຫາຍ ອີກດ້ວຍ. ໂດຍ: ວັນໄຊ ໄຊສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ