ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 13 ຍັງຮັກຳສາໄດ້ມູນເຊື້ອວີລະຊົນຂອງຕົນ
ເວລາອອກຂ່າວ: 2019-01-02 09:11:42 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 142 | ຄວາມນິຍົມ:



ກວ່າຈະນຳພາກົມກອງເຮັດ ສຳເລັດໜ້າທີ່ການເມືອງຂອງຕົນ ນັ້ນຄະນະພັກ-ຄະນະບັນຊາກອງ ພັນ 13 (ກອງພົນທະຫານຮາບ ທີ 1) ຕ້ອງໄດ້ເລັ່ງໃສ່ສຶກສາອົບ ຮົມການເມືອງແນວຄິດໃຫ້ພະນັກ ງານ-ນັກຮົບໃນກົມກອງຢ່າງຕໍ່ ເນື່ອງ ເພື່ອໃຫ້ເຂົາເຈົ້າມີຄວາມ ອຸ່ນອຽນທຸ່ນທ່ຽງປະຕິບັດໜ້າທີ່ ຢ່າງຕັ້ງໜ້າບໍ່ວ່າດ້ານວຽກງານ ເຮັດໃຫ້ສະພາບຂອບເຂດຮັບຜິດ ຊອບມີຄວາມສະຫງົບ ແລະ ການ ປັບປຸງກໍ່ສ້າງກົມກອງໄປພ້ອມໆ ກັນ ຍ້ອນແນວນີ້ກົມກອງດັ່ງກ່າວ ຈຶ່ງຮັກສາໄດ້ມູນເຊື້ອວີລະຊົນ ຂອງຕົນຢ່າງໜ້າສັນລະເສີນ. ກອງພັນ 13 ໄດ້ສ້າງຕັ້ງຂຶ້ນ ໃນວັນທີ 20/1/1961 ເປັນກົມ ກອງໜຶ່ງທີ່ມີມູນເຊື້ອສູ້ຮົບພິລາດ ອາດຫານໃນສະໄໝຕໍ່ສູ້ປົດປ່ອຍ ຊາດກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໄດ້ຮັບນາ ມະຍົດເປັນກອງວີລະຊົນໃນບັ້ນ ຮົບພູກູດຈອມເຫຼັກໃນວັນທີ 5/4/ 1979. ນັບແຕ່ ປີ 1991 ຈົນເຖິງປັດ ຈຸບັນກົມກອງໄດ້ຮັບມອບໝາຍ ໜ້າທີ່ເຄື່ອນໄຫວປົກປັກຮັກສາ ຄວາມສະຫງົບຢູ່ຂອບເຂດລ້ອງ ຖິ່ນອ່ອນ, ທິດຕາເວັນອອກສ່ຽງ ເໜືອຂອງເມືອງວັງວຽງ ແຂວງ ວຽງຈັນ, ຊຸມປີຜ່ານມາໃຕ້ການ ຊີ້ນຳ-ນຳພາຂອງຄະນະພັກກອງ ພົນ ຄະນະພັກ-ຄະນະບັນຊາກອງ ພັນ 13 ພວກຂ້າພະເຈົ້າໄດ້ເອົາ ໃຈໃສ່ຊີ້ນຳກົມກອງຈັດຕັ້ງປະຕິ ບັດມະຕິຄຳສັ່ງຂອງອົງຄະນະພັກ ກອງພົນວາງອອກ ໄດ້ມີຜົນສຳ ເລັດຫຼາຍດ້ານມີບາງດ້ານທີ່ພົ້ນ ເດັ່ນ ເປັນຕົ້ນແມ່ນດ້ານວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ. ກົມກອງໄດ້ເອົາໃຈໃສ່ ເຄື່ອນໄຫວຢ່າງຕັ້ງໜ້າສາມາດ ແກ້ໄຂກຸ່ມເກາະຫ້ອຍໃນຂອບ ເຂດຮັບຜິດຊອບໄດ້ຢ່າງຂາດຕົວ ເຮັດໃຫ້ລ້ອງຖິ່ນອ່ອນກໍຄື: ທິດຕາ ເວັນອອກສ່ຽງເໜືອຂອງເມືອງ ວັງວຽງມີຄວາມສະຫງົບ ກາຍ ເປັນເຂດປອດ ກຸ່ມຄົນບໍ່ດີ ປະຊາ ຊົນຍູທ່າງທຳມາຫາກິນໄປມາຫາ ສູ່ກັນດ້ວຍຄວາມປອດໄພ, ພ້ອມ ດຽວກັນນັ້ນກົມກອງຍັງໄດ້ຫັນ ເອົາກຳລັງລົງກໍ່ສ້າງຮາກຖານ ການເມືອງປະກອບສ່ວນເຂົ້າໃນ ວຽກງານ 3 ສ້າງ ເຮັດໃຫ້ທ້ອງ ຖິ່ນຮາກຖານມີການພັດທະນາ ປະຊາຊົນມີຄວາມເຊື່ອໝັ້ນຕໍ່ແນວ ທາງແຜນນະໂຍບາຍຂອງພັກ- ລັດມີຄວາມຕື່ນຕົວເຂົ້າຮ່ວມ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ເອົາໃຈໃສ່ ຕໍ່ການຜະລິດແກ້ໄຂຊີວິດການ ເປັນຢູ່ ມາຮອດປັດຈຸບັນມີຫຼາຍ ຄອບຄົວສາມາດຫຼຸດພົ້ນອອກ ຈາກຄວາມທຸກຍາກເຮັດໃຫ້ຊີວິດ ການເປັນຢູ່ໄດ້ມີການຫັນປ່ຽນ ຢ່າງຈະແຈ້ງ. ປະຊາຊົນຢູ່ໃນຂອບເຂດຮັບ ຜິດຊອບຂອງກົມກອງມີ 7 ບ້ານ, ມີ 779 ຄົວເຮືອນ, ມີຜົນລະ ເມືອງ 4.334 ຄົນ, ຍິງ 2.117 ຄົນ, ຊາຍ 2.217 ຄົນ, ດ້ານ ວຽກງານພະລາທິການແກ້ໄຂຊີ ວິດການເປັນຢູ່ ໂດຍອີງໃສ່ທ່າ ແຮງບົ່ມຊ້ອນໃນພື້ນທີ່ຕັ້ງທັບ ຄະ ນະພັກ-ຄະນະບັນຊາພວກເຮົາໄດ້ ນຳພາກົມກອງສຸມໃສ່ການປູກຝັງ ລ້ຽງສັດເປັນຕົ້ນຕໍ. ອັນພົ້ນເດັ່ນແມ່ນພວກເຮົາໄດ້ ຕັດສິນໃຈຂຸດຄອງລະບາຍນໍ້າ ຈາກຫ້ວຍນໍ້າຜາທາວລົງໃສ່ສະ ຖານທີ່ທຳການຜະລິດ ມີຄວາມ ຍາວ 1.500 ແມັດດ້ວຍແຮງງານ ຂອງອ້າຍນ້ອງກົມກອງເອງ ເພື່ອ ສ້າງຄວາມສະດວກໃຫ້ແກ່ການ ປູກການລ້ຽງໄດ້ຕະຫຼອດປີ. ໃນນີ້ ກົມກອງໄດ້ຈັດຕັ້ງປູກພືດຜັກທຸກ ຊະນິດແຕ່ລະປີສາມາດເກັບກູ້ໄດ້ 18.500 ກິໂລ, ປູກກ້ວຍ 5 ເຮັກ ຕາ, ປູກໝາກນັດ 5 ເຮັກຕາ, ປູກ ມັນຕົ້ນ 5 ເຮັກຕາ,​ ປູກຕົ້ນໄມ້ກິນ ໝາກ 1.700 ຕົ້ນ, ກ່ຽວກັບການ ລ້ຽງ, ກົມກອງມີງົວລ້ຽງ 58 ໂຕ, ລ້ຽງໝູ່ 18 ໂຕ, ລ້ຽງປາ 7 ໜອງ, ປ່ອຍປາແລ້ວ 21.100 ໂຕ, ລ້ຽງສັດປີກ 451 ໂຕ, ສັງ ຮວມແລ້ວສາມາດສະໜອງຜັກ ກິນ, ຊີ້ນ, ປາໃຫ້ກົມກອງໄດ້ 70-80% ແຕ່ລະປີສາມາດສ້າງລາຍ ຮັບຈາກການປູກການລ້ຽງໄດ້ 215.906.000 ກີບເຮັດໃຫ້ຊີ ວິດການເປັນຢູ່ຂອງກົມກອງນັບ ມື້ດີຂຶ້ນ. ໄປພ້ອມກັບດ້ານດີທີ່ພົ້ນເດັ່ນ ຂ້າງເທິງນັ້ນຄະນະພັກ-ຄະນະບັນ ຊາພວກເຮົາໄດ້ເອົາໃຈໃສ່ໃນການ ປັບປຸງກໍ່ສ້າງກຳລັງທາງດ້ານ ການເມືອງແນວຄິດ-ການຈັດຕັ້ງ ອົບຮົມຫັດແອບສິລະປະຍຸດ-ຍຸດ ທະວິທີ ປັບປຸງລະບຽບແບບແຜນ ໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງ ກຽມພ້ອມເຮັດສຳເລັດໜ້າທີ່. ເຖິງຢ່າງໃດກໍຕາມຜ່ານການຊີ້ ນຳ-ນຳພາ ແລະ ຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງກົມກອງໃນ ຊຸມປີຜ່ານມາກໍຍັງມີຫຼາຍດ້ານທີ່ ຈະຕ້ອງໄດ້ຜ່ານຜ່າແກ້ໄຂ ແລະ ເຮັດໃຫ້ດີກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ