ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວປກ ຈັດຕັ້ງສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
ເວລາອອກຂ່າວ: 2021-06-12 13:18:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



ວັນທີ 12 ມິຖຸນາ 2021 ນີ້, ວິທະຍາຄານປ້ອງກັນຊາດໄກສອນພົມວິຫານ (ວປກ) ໄດ້ຈັດຕັ້ງສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ພະນັກງານ-ນັກຮົບ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທົ່ວ ວປກ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ບຸນເກີມ ສະເຫຼີມສັກ ຫົວໜ້າກົມພະລາ-ເຕັກນິກ ວປກ, ມີຄະນະພັກ-ຄະນະບັນຊາ, ແພດໝໍ, ພະນັກງານ-ນັກຮົບ ແລະ ນັກຮຽນ-ນັກສຶກສາ ທົ່ວ ວປກ ເຂົ້າຮ່ວມ. ການຈັດຕັ້ງສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ ວປກ ຄັ້ງນີ້ ແມ່ນເປັນການປະຕິບັດຕາມຄໍາສັ່ງ ຂອງຄະນະກວດກາການຄວບຄຸມການແຜ່ລະບາດຂັ້ນສູນກາງ, ກໍຄືຄະນະສະເພາະກິດຂອງກະຊວງປ້ອງກັນປະເທດ, ເພຶ່ອສ້າງພູມຄຸ້ມກັນໃຫ້ພະນັກງານ-ນັກຮົບ ແລະ ນັກຮຽນ-ນັກສຶກສາ ທົ່ວ ວປກ ເຊິ່ງຜູ້ທີ່ຈະສັກຢາວັກຊີນຕ້ອງປະຕິບັດຕາມເງື່ອນໄຂຢ່າງເຄັ່ງຄັດຕາມແບບຟອມສອບຖາມ, ກ່ອນສັກຢາວັກຊີນ ຕ້ອງໄດ້ກວດກາສຸຂະພາບ, ວັດ ແທກອຸນຫະພູມຮ່າງກາຍ, ຄວາມດັນ, ບໍ່ມີພະຍາດປະຈໍາຕົວ, ເປັນຜູ້ທີ່ມີສຸຂະພາບແຂງແຮງ ພ້ອມທັງເຫັນດີອະນຸຍາດ ໃຫ້ແພດສັກດ້ວຍຄວາມສະໝັກໃຈ ພາຍຫຼັງສັກວັກຊີນແລ້ວຕ້ອງນັ່ງພັກຜ່ອນເປັນເວລາ 25-30 ນາທີ ເພື່ອຕິດຕາມອາການ ແລ້ວຮັບໃບຢັ້ງຢືນ ຫຼັງຈາກນັ້ນແມ່ນໃຫ້ຕິດຕາມສຸຂະພາບຂອງໂຕເອງພາຍໃນ 1 ອາທິດ, ຫ້າມດື່ມເຄື່ອງດື່ມທີ່ມີທາດເຫຼົ້າ, ເຄື່ອງດອງຕ່າງໆ ຖ້າມີອາການຜິດປົກກະຕິໃຫ້ຮີບຮ້ອນລາຍງານ ພ້ອມທັງປຶກສາແພດປະຈໍາກົມກອງຢ່າງຮີບດ່ວນ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ