ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 642 ມອບເງິນໃຫ້ນາຍທະຫານທີ່ພັກການຮັບບໍານານ ແລະ ຄອບຄົວຜູ້ເສຍຊີວິດ
ເວລາອອກຂ່າວ: 2021-06-11 10:43:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 770 | ຄວາມນິຍົມ:



ວັນທີ່ 10 ມິຖຸນາ 2021 ນີ້, ກອງພັນໃຫຍ່ 642 ໄດ້ຈັດພິທີມອບເງິນໃຫ້ນາຍທະຫານທີ່ພັກການຮັບບໍານານ ແລະ ຄອບຄົວຜູ້ທີ່ເສຍຊີວິດ ໂດຍເປັນກຽດມອບຂອງ ສະຫາຍ ພັນໂທ ຄໍາໃສ ແພງຄູນ ຫົວໜ້າການເມືອງກອງພັນໃຫຍ່ 642, ມີພະນັກງານວິຊາສະເພາະ ພ້ອມດ້ວຍບັນດາຄອບຄົວຜູ້ທີ່ໄດ້ຮັບເງິນບໍານານເຂົ້າຮ່ວມ. ໂດຍອີງຕາມ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 827/ກປທ, ວ່າດ້ວຍການປະຕິບັດເງິນບໍານານໃຫ້ນາຍທະຫານຂັ້ນສູງ, ໂດຍປະຕິບັດຕາມກົດໝາຍວ່າດ້ວຍປະກັນສັງຄົມ ສະບັບເລກທີ 34/ສພຊ ແລະ ປະຕິບັດຕາມກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ເລກທີ 43/ສພຊ, ໃນໝວດທີ I ມາດຕາທີ 33-34; ຈໍານວນ 5 ສະຫາຍ ລວມເປັນເງິນທັງໝົດ 81.655.200 ກີບ; ອີງຕາມຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ ກ່ຽວກັບກົກດໝາຍປະກັນສັງຄົມສະບັບເລກທີ675, ລົງວັນທີ່ 28/02/2019. ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງແຮງງານ ແລະ ສະວັດດີການສັງຄົມ ສະບັບເລກທີ 2030/ຮສສ, ລົງວັນທີ 4/5/2015, ອີງຕາມພາລະບັດບາດ, ໜ້າທີ່ການເມືອງຂອງກອງທັບປະຊາຊົນລາວ ທີ່ມີການເຄື່ອນໄຫວພິເສດສະເພາະຕົນ ດັ່ງນັ້ນ ຂະແໜງປະກັນສັງຄົມກອງພັນໃຫຍ່ 642 ຈຶ່ໄດ້ຈັດພິທີມອບເງິນໃຫ້ຄອຍຄົວຜູ້ທີ່ເສຍຊີວິດຈໍານວນ 3 ສະຫາຍ ລວມເປັນເງີນທັງໝົດ 153.402.640 ກີບ; ໂອກາດນີ້ສະຫາຍ ຫົວໜ້າການເມືອງກອງພັນໃຫຍ່ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄຸນງາມຄວາມດີ ທີ່ບັນດາສະຫາຍໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດ, ເວົ້າລວມ ເວົ້າສະເພາະແມ່ນໄດ້ປະກອບສ່ວນອັນສໍາຄັນໃນການປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ສຶບຕໍ່ຮ່ວມເຄື່ອນໄຫວນໍາອໍານາດການປົກຄອງທ້ອງຖີ່ນ, ເປັນແບບຢ່າງທີ່ດີໃນການສຶກສາອົບຮົມລູກຫຼານ ພໍ່ແມ່ປະຊາຊົນໃຫ້ເຊື້ອໝັ້ນຕໍ່ການນໍາພາຂອງພັກ-ລັດ ຢ່າງເຂັ້ມງວດ; ບັນດາສະຫາຍຄອບຄົວຂອງຜູ້ເສຍຊີວິດກໍ່ເຊັນກັນ ເຖິງວ່າມັນຈະບໍ່ແມ່ນສິ່ງທີ່ເພິ່ງປາຖະໜາກໍຕາມ ແຕ່ມັນຫາກຫຼີກລ່ຽງບໍ່ໄດ້, ການປະຕິບັດນະໂຍບາຍດັ່ງກ່າວນີ້ ແມ່ນການຊ່ວຍແບ່ງເບົາພາລະໃນຄອບຄົວສ່ວນໃດສ່ວນໜຶ່ງ ຫຼື ເປັນກ້ອນທຶນໃດໜຶ່ງໃນການດໍາລົງຊີວິດຂອງຄອບຄົວໃຫ້ມີການພັດທະນາຍິງໆຂຶ້ນ. ໂດຍ:ແຟນຕ່າ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ