ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄວາມສໍາຄັນ ຂອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ
ເວລາອອກຂ່າວ: 2021-06-11 10:29:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ວັນທີ 11 ມິຖຸນາ 2021 ນີ້, ສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ຈັດພິທີຖະແຫຼງຂ່າວ ເນື່ອງ ໃນໂອກາດວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ, ທີ່ສູນເລືອດແຫ່ງຊາດ, ໂດຍການເປັນປະທານ ແລະຖະແຫຼງຂອງ ທ່ານ ຮຈສ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງລາວ, ຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືດອ-ສົ່ງເລືອດແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເພື່ອເຮັດໃຫ້ສັງຄົມ ກໍ່ຄືຊັ້ນຄົນຕ່າງໆຢູ່ໃນຂອບເຂດທົ່ວປະເທດຮັບຮູ້ ແລະເຂົ້າໃຈເຖິງຄວາມໝາຍ ຄວາມສໍາຄັນຂອງເລືອດ ແລະ ການບໍລິຈາກເລືອດໃຫ້ສູງຂຶ້ນ ທັງນີ້ ກໍເພື່ອສ້າງຄວາມຮັບຮູ້ກ່ຽວກັບຜົນປະໂຫຍດຂອງການບໍລິຈາກເລືອດ ໂດຍຜ່ານລະບົບການບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ, ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງ, ອົງການກາແດງລາວ ໃນທົ່ວປະເທດ ໄດ້ອອກແຮງໃນການປູກລະດົມມວນຊົນໃນສັງຄົມໄດ້ປະກອບສ່ວນໃນການບໍລິຈາກເລືອດແນໃສ່ເຮັດໃຫ້ມີເລືອດປອດໄພ, ພຽງພໍ ຕອບສະໜອງໃຫ້ແກ່ຄົນເຈັບທີ່ຕ້ອງການ ທີ່ກໍາລັງນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ໃນຂອບເຂດທົ່ວປະເທດໃຫ້ທັນກັບເວລາ. ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ວັນທີ 14 ມິຖຸນາ ຂອງທຸກໆປີ ແມ່ນວັນຜູ້ບໍລິຈາກເລືອດໂລກ (World Blood Donor Day) ເຊິ່ງຢູ່ ປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນຈັດຕັ້ງສະເຫຼີມສະຫຼອງ ເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິ ຈາກເລືອດທີ່ເຂົາເຈົ້າໄດ້ມອບຂອງຂວັນທີ່ມີຄ່າທີ່ສຸດຕໍ່ຊີວິດ ນັ້ນຄືການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອຊ່ວຍຄົນເຈັບ ແລະ ສ້າງຄວາມສໍານຶກໃນເລື່ອງຄວາມຈໍາເປັນຂອງການບໍລິຈາກເລືອດທີ່ປະຈໍາ ແລະ ສະໝໍ່າສະເໝີ ເລືອດ ແລະ ຜະລິດຕະພັນເລືອດ ທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກສາມາດຊ່ວຍຊີວິດຄົນ ເຈັບໄດ້ນັບລ້ານ ແລະ ສໍາລັບ ສປປ ລາວ ຂອງພວກເຮົາຕາມສະຖີຕິປີ 2020 ໄດ້ຮັບບໍລິຈາກເລືອດ ເປັນຈໍານວນ 60,358 ຖົງ, ໃນນີ້ 90% ຂອງການບໍລິຈາກເລືອດທັງໝົດ ແມ່ນມາຈາກການບໍລິຈາກເລືອດແບບສະຫມັກໃຈບໍ່ຮຽກຮ້ອງສິ່ງຕອບແທນ ແລະ 10% ແມ່ນ ມາຈາກການບໍລິຈາກເລືອດແບບພີ່ນ້ອງທົດແທນ. ມີຄົນເຈັບທີ່ ໃຊ້ເລືອດເຂົ້າໃນການປິ່ນປົວກວມເອົາ 54,542 ເທື່ອຄົນ. ຈໍານວນຄົນເຈັບທີ່ຕ້ອງການນໍາໃຊ້ເລືອດສ່ວນໃຫຍ່ແມ່ນມາຈາກ ແມ່ຍິງທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ຈາກພະຍາດໄຂ້ຍຸງ(Malaria), ໄຂ້ເລືອດອອກ ແລະ ການຂາດສານອາຫານ ລວມເຖິງຄົນເຈັບທີ່ຜິດປົກກະຕິຂອງລະບົບການສ້າງເມັດເລືອດໃນແອ້ກະດູກ, ຄົນເຈັບທີ່ມີພູມຄຸມກັນບົກພ່ອງ, ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນ, ໄພທາງທໍາມະຊາດ ລວມເຖິງ ການຜ່າຕັດຊະນິດຕ່າງໆ. ຈຸດປະສົງຂອງວັນຜູ້ບໍລິຈາກເລືອດໂລກໃນປີ 2021 ແມ່ນການປຸກລະດົມໃຫ້ມີການ ບໍລິຈາກເລືອດ, ການບໍລິການເລືອດ ແລະ ຜະລິດຕະພັນຂອງເລືອດທີ່ປອດໄພ ເພື່ອເປັນການຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ ພ້ອມທັງເປັນການປູກຈິດສໍານຶກໃຫ້ສັງຄົມປະກອບໃນການ ບໍລິຈາກເລືອດຫລາຍຂຶ້ນ ເພື່ອຊ່ວຍຊີວິດ ແລະ ຕໍ່ລົມຫາຍໃຈໃຫ້ແກ່ເພື່ອຮ່ວມໂລກ, ເຮັດໃຫ້ສັງຄົມມີຄວາມສະຫງົບ ເປັນສັງຄົມທີ່ມີຈິດໃຈເອື້ອເຟື້ອເພື່ອແຜ່ ມີຄວາມສາມັກຄີ ແລະ ມີ ສຸຂະພາບທີ່ດີ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ