ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະສະເພາະກິດກະຊວງປ້ອງກັນປະເທດ ລົງເຜີຍແຜ່ຊີ້ນຳວຽກງານປ້ອງກັນຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 1.
ເວລາອອກຂ່າວ: 2021-06-10 17:31:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 116 | ຄວາມນິຍົມ:



ໃນວັນທີ 9 ມິຖຸນາ 2021 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ຮັບຟັງການເຜີຍແຜ່ວຽກງານປ້ອງກັນ, ຄວມຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19, ໂດຍການເປັນປະທານຂອງສະຫາຍ ພົນຕີ ວໍລະສານ ວິລັດດາວົງ, ກຳມະການຄະນະປະຈຳພັກ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ຕາງໜ້າອົງການ 5 ຫ້ອງ, 4 ກອງພັນນັກຮຽນ ແລະ ໜວ່ຍງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ບົວວັນ ພົມມະເພັງ ຫົວໜ້າການທະຫານໂຮງຮຽນ ໄດ້ຂື້ນລາຍງານສະພາບການຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ. ທາງໂຮງຮຽນກໍ່ໄດ້ປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ່ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ແລະ ສະກັດກັ້ນ ຄວບຄຸມເພື່ອຕອບຕ້ານກັບພະຍາດໂຄວິດ-19 ກໍ່ຄືແຈ້ງການຂອງກະຊວງປ້ອງກັນປະເທດສະບັບເລກທີ່ 2151/ກປທ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມກາພະຍາດໂຄວິດ-19 ໃຫ້ທັນກັບເວລາ. ຄະນະພັກ-ຄະນະບັນຊາໂຮງຮຽນ ກໍ່ໄດ້ເອົາໃຈໃສ່ຄວາມພ້ອມຮອບດ້ານ ຈັດຕັ້ງໜ່ວຍງານແພດໝໍ ກໍ່ຄືພະແນກເສນາຮັກ ນຳເອົາອຸປະກອນກວດກາວັດແທກອຸນນະພູມ ຂອງພະນັກງານ-ນັກຮົບ ເຂົ້າ-ອອກຜ່ານປະຕູໂຂງຢ່າງເປັນປົກກະຕິ, ໃຊ້ຜ້າອັດປາກ-ດັງ, ໃຊ້ເຈວລ້າງມື ຮັກສາໄລຍະຫ່າງ 1 ແມັດຂື້ນໄປ. ເຊິ່ງໄດ້ແບ່ງອອກເປັນສອງຈຸດ, ຈຸດທີ 1 ແມ່ນທາງເຂົ້າ-ອອກປະຕູໂຂງນ້ອຍ, ຈຸດທີ 2 ແມ່ນວັກແທກອຸນນະພູມຂອງນັກຮຽນ, ສະເພາະນັກຮຽນແມ່ນມີມາດຕະການຢ່າງເຄັ່ງຄັດ ເນື່ອງຈາກວ່າມີນັກຮຽນບາງຈຳນວນ ໄດ້ລາພັກໄປຢາມບ້ານໄລຍະປີໃໝ່ລາວ ພສ 2564 ເຊິ່ງມີບາງເຂດແຂວງທ້ອງຖິ່ນ ທີ່ນັກຮຽນໄປນັ້ນ ມີຄວາມສ່ຽງຕໍ່ການຕິດເຊື້ອ ເພື່ອເປັນການສະກັດກັ້ນຂອງການແຜ່ລະບາດຂອງພະຍາດ ດັ່ງກ່າວ ທາງໂຮງຮຽນກໍ່ໄດ້ມີການຈັດສັນສະຖານທີ່ພັກເຊົາ ໃຫ້ຜູ້ທີ່ມີຄວາມສ່ຽງ ເພື່ອຕິດຕາມອາການ ແລະ ມີໜວ່ຍແພດສະເພາະກິດຂອງໂຮງຮຽນ ຕິດຕາມກວດວັດແທກອຸນນະພູມຮ່າງ ກາຍຢ່າງເປັນປົກກະຕິ. ຈາກນັ້ນສະຫາຍ ພັນເອກ ດຣ ສີທະວົງ ບູນປະສົງ ຮອງກົມເສນາຮັກ ກົມໃຫ່ຍການເມືອງກອງທັບ ໄດ້ຂື້ນເຜີຍແຜ່, ແນະນຳວິທີການປ້ອງກັນ, ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຍົກໃຫ້ເຫັນສະພາບໂດຍລວມໃນ ສປປ ລາວ ທີ່ຍັງມີການລະບາດໃນປັດຈຸບັນຕື່ມອີກ. ຕອນທ້າຍສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍ່ໄດ້ມີທັດສະນະຊີ້ນຳ ເພື່ອເປັນການປ້ອງກັນ ແລະ ຄວບຄຸມການ ລະ ບາດຂອງພະຍາດດັ່ງກ່າວ ພວກເຮົາທຸກຄົນຕ້ອງເປັນເຈົ້າການ, ຕ້ານ ແລະ ສະກັດກັ້ນ, ລ້າງມືດວ້ຍ ສະບູ, ໃຊ້ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ເວັ້ນໄລຍະຫ່າງ, ຫຼີກລ່ຽງກຸ່ມສ່ຽງ, ມີສະຕິໃນການບໍລິໂພກຂ່າວສານຕ່າງໆ. ພ້ອມກັນນັ້ນກໍ່ຍັງໄດ້ມອບເຄື່ອງອຸປະກອບການປ້ອງກັນພະຍາດໂຄວິດ-19 ໃນນີ້ມີຊຸດ PPE ຈຳນວນ 50 ຊຸດ, ບາຫຼອດ ອິນຟາເລດ 3 ອັນ, ຜ້າອັດປາກ-ດັງ(ເຈ້ຍ) 100 ກັບ, ເຈວ 500 ml 180 ຂວດ, ຜ້າອັດປາກ-ດັງ(ແພ) 2000 ອັນ ແລະ ຖົງມື ເບີ M 2 ກັບ. ມາມອບໃຫ້ໂຮງຮຽນກໍ່ສ້າງນາຍສິບເລກ 1 ເພື່ອນຳໃຊ້ເຂົ້າໃນການປ້ອງກັນຕ້ານພະຍາດໂຄວິດ-19 ຕື່ມອີກ. ພາບ ແລະ ຂ່າວໂດຍ: ຮ.ທ ນ້ອຍຈັນໄພ ແກ້ວວັນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ