ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການເມືອງ ຈັດກອງປະຊຸມສະຫຼຸບການນໍາພາຮອບດ້ານຂອງຄະນະພັກຮາກຖານ ໃນ 6 ເດືອນຕົ້ນປີ 2021
ເວລາອອກຂ່າວ: 2021-06-10 17:23:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 8 ມີຖຸນາ 2021 ນີ້, ຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານການນໍາພາຮອບດ້ານຂອງຄະນະພັກຮາກຖານ ຫ້ອງການເມືອງ ໃນ 6 ເດືອນຕົົ້ນປີ 2021 ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2021 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸດໃຈ ເຈີບົວແພງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ; ມີບັນດາພະແນກການ; ພ້ອມດ້ວຍພະນັກງານສະມາຊິພັກສົມບູນ ແລະ ສໍາຮອງ ພາຍໃນຫ້ອງການເມືອງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ໄກສອນ ດວງຈັນສີ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານການນໍາພາ ຂອງຄະນະພັກຮາກຖານຫ້ອງການເມືອງ ໃນໄລຍະ 6 ເດືອນຕົ້ນປີ 2021 ແລະ ວາງທິດທາງແຜນການທ້າຍປີ 2021; ເຫັນວ່າໃນໄລຍະ 6 ເດືອນຕົ້ນປີຜ່ານມາ ຄະນະພັກແຕ່ລະຂັ້ນ; ພະນັກງານສະມາຊິກພັກ; ນັກຮົບທົ່ວຫ້ອງການເມືອງຂອງພວກເຮົາ ແມ່ນມີແນວຄິດການເມືອງໜັກແໜ້ນ; ມີສະຕິຕໍ່ການຈັດຕັ້ງ; ຫ້າວຫັນປະຕິບັດໜ້າທີ່ວຽກງານ; ມີລະບຽບວິໄນເຂັ້ມງວດ; ມີຄວາມສາມັກຄີພາຍໃນຢ່າງແໜັນແຟ້ນ; ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ; ນອກນີ້ຍັງໄດ້ເອົາໃຈໃສ່ວຽກງານລົງກໍ່ສ້າງຮາກການ ເມືອງ; ວຽກງານກໍ່ສ້າງພັກ-ພະນັກງານ; ວຽກງານອົງການຕັ້ງມະຫາຊົນ ແລະ ວຽກງານນະໂຍບາຍຕ່າງໆ ຢູ່ພາຍໃນກົມກອງຂອງຕົນຮັບຜິດຊອບ; ກອງປະຊຸມບັນດາພະແນກການຍັງໄດ້ຜັດປຽ່ນກັນປະກອບຄໍາເຫັນ ຕໍ່ບົດສະຫຼຸບ ແລະ ວາງທິດທາງແຜນການໃນຕໍ່ໜ້າ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃຫ້ປະກົດຜົນເປັນຈິງ. ໂອກາດດັ່ງກ່າວ ສະຫາຍ ພັນໂທ ຄໍາຄານ ວິໄລສານ ຮອງຫົວໜ້າ ພະແນກຈັດຕັ້ງພັກ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະພັກຮາກຖານ ຫ້ອງການເມືອງ ວ່າດ້ວຍການແຕ່ງຕັ້ງຄະນະໜ່ວຍພັກເພີ່ມເຕີມ. ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ X ໝວດທີ II ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ; ຍົກຍ້າຍ ແລະ ການສິ້ນສຸດການເປັນກໍາມະການຄະນະພັກແຕ່ລະຂັ້ນ; ຄະນະພັກຮາກຖານ ຫ້ອງການເມືອງ ຕົກລົງ ມາດຕາ 01: ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ໄລທອງ ປະເສີດສົມ ຫົວໜ້າພະແນກໂຄສະນາ ເປັນຮອງເລຂາໜ່ວຍພັກ 2 ຂຶ້ນກັບຄະນະພັກຮາກຖານ ຫ້ອງການເມືອງ. ໃນຕອນທ້າຍ ກອງປະຊຸມ ສະຫາຍ ຫົວໜ້າຫ້ອງການເມືອງ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ທິດຊີ້ນໍາຫຼາຍບັນຫາທີ່ສໍາຄັນ; ເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດຫຼາຍດ້ານ ທີ່ບັນດາພະແນກການຍາດມາໄດ້ໂດຍຕະຫຼອດໄລຍະຜ່ານມາ; ເປັນຕົ້ນ ກໍ່ແມ່ນການເຮັດສໍາເລັດໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໄດ້ເປັນຢ່າງດີ ; ໂອກາດນີ້ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ບັນດາຄະນະໜ່ວຍພັກແຕ່ລະຂັ້ນ ຕະຫຼອດຮອດພະນັກງານສະມາຊິກພັກທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມສາມັກຄີພາຍໃນພັກຢ່າງໜັກແໜ້ນ; ໂດຍຖືເອົາວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດ ເປັນກົກ ແລະ ເຊື່ອມຊືມໃຫ້ພະນັກງານສະມາຊິພັກ ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ; ເພື່ອເຮັດໃຫ້ໜ່ວຍພັກແຕ່ລະໜ່ວຍ ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ພ້ອມທັງຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເອົາໃຈໃສ່ຕັ້ງໜ້າຝຶກຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າຢ່າງຮອບດ້ານ; ມີແບບແຜນການນໍາພາ ເຮັດວຽກລວມສູນປະຊາທິປະໄຕ ເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນເຮັດລ້ອນໜ້າທີ່ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້; ເພື່ອນໍາເອົາເນື້ອໃນຈິດໃຈກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ. ຂ່າວຍັງໃຫ້ຮູ້ອີກວ່າ: ໃນວັນທີ 9 ມີຖຸນາ 2021 ນີ້, ຫ້ອງການບໍລິຫານ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານການນໍາພາ ແລະ ບັນຊາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພັທ ໝອນສີ ບຸດລະມິດ ຮອງເລຂາໜ່ວຍພັກ ຫົວໜ້າຫ້ອງການບໍລິຫານ ກອງບັນຊາການທະຫານແຂວງໄຊສົມບູນ; ມີບັນດາສະຫາຍຄະນະໜ່ວຍພັກຈາກອົງການ 5 ຫ້ອງ; ຕະຫຼອດຮອດພະນັກງານສະມາຊິກພັກສໍາຮອງ ແລະ ສົມບູນ ພາຍໃນໜ່ວຍເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ພູໂຂງ ໄຊຍະວົງ ຫົວໜ້າພະແນກພົວພັນຕ່າງປະເທດ ກອງບັນຊາການທະຫານແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານການນໍາພາ ແລະ ບັນຊາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ຂອງຫ້ອງການບໍລິຫານ ໃນ 6 ເດືອນຜ່ານມາ ເຫັນວ່າ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ກໍ່ໄດ້ເອົາໃຈໃສ່ຢ່າງໃກ້ຊິດຕິດແທດຢ່າງທົ່ວເຖິງ ຕໍ່ພະນັກງານສະມາຊິກພັກພາຍໃນຫ້ອງການຂອງຕົນ; ພະນັກງານສະມາຊິກພັກແຕ່ລະສະຫາຍແມ່ນມີແນວຄິດການເມືອງໜັກແໜ້ນ; ມີຄວາມອຸ່ນອ່ຽນທຸນທ່ຽງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ; ມີສະຕິຕໍ່ການຈັດຕັ້ງ; ມີລະບຽບວິໄນເຂັ້ມງວດ; ມີຄວາມເຊື້ອໝັ້ນຕໍ່ການນໍາພາຂອງພັກ ແລະ ການຈັດຕັ້ງທຸກຂັ້ນ; ໂດຍຖືເອົາວຽກງານສຶກສາອົບການເມືອງນໍາພາ-ແນວຄິດ ໃຫ້ພະນັກງານສະມາຊິກພັກແຕ່ລະສະຫາຍ ໄດ້ຮັບຮູ້ເຊື່ອມຊຶມຢ່າງເປັນປົກກະຕິ; ນອກນີ້ຍັງໄດ້ສຸ່ມໃສ່ ວຽກງານກໍ່ສ້າງພັກ-ພະນັກງານ; ວຽກງານຄຸ້ມຄອງພາຫະນະເຕັກນິກ; ວຽກງານພົວພັນຕ່າງປະເທດ ແລະ ວຽກງານບໍລິຫານຕ່າງໆຂອງກົມກອງ; ຢູ່ກອງປະຊຸມ ບັນດາສະຫາຍຜູ້ແທນ ໄດ້ຜັດປ່ຽນຂຶ້ນປະກອບຄໍາເຫັນຕໍ່ບົດສະຫຼຸບ ເພື່ອຄວາມເປັນເອກະພາບຖືກຕ້ອງ ແລະ ສອດຄ່ອງ ເພື່ອນໍາໄປຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອງກົມກອງໃນຕໍ່ໜ້າ. ຂ່າວ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ