ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສິລະກອນກອງທັບປົດປ່ອຍປະຊາຊົນຈີນ ສຳເລັດການເຄື່ອນໄຫວສະແດງມິດຕະພາບຢູ່ ສປປ ລາວ
ເວລາອອກຂ່າວ: 2019-01-02 08:59:01 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:



ຄະນະສິລະປະກອນກອງທັບ ປົດປ່ອຍປະຊາຊົນຈີນ ເຊິ່ງນໍາ ໂດຍສະຫາຍ ພັນເອກ ພິເສດ ເຊີນ ຕ້ານ ຮອງຫົວຫນ້າສິລະປະກອນ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວ ສະແດງສິລະປະມິດຕະພາບເພື່ອ ປະກອບສ່ວນເຂົ້າໃນການສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ຫໍວັດທະນະທໍາແຫ່ງຊາດ, ວິທະຍາຄານກົມມະດຳ ແລະ ກອງບັນຊາການທະຫານແຂວງ ຫລວງພະບາງ ໃນລະຫວ່າງວັນ ທີ 23-30 ທັນວາ 2018 ນີ້. ການເດີນທາງມາຢ້ຽມຢາມ ແລະ ສະແດງມິດຕະພາບຂອງ ຄະນະສິລະປະກອນກອງທັບ ປົດປ່ອຍປະຊາຊົນຈີນໃນຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງບັນຍາກາດຟົດ ຟື້ນມ່ວນຊື່ນ ແລະ ປຸກລະດົມກຳ ລັງໃຈໃຫ້ແກ່ພະນັກງານ-ນັກຮົບ ໃນ ກອງທັບ ແລະ ພໍ່ແມ່ປະຊາຊົນ ລາວບັນດາເຜົ່າ, ເພື່ອປະກອບ ສ່ວນເຂົ້າໃນການແຂ່ງຂັນກັນ ສ້າງຜົນງານຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນ ແລະ ມີບັນຍາກາດຟົດຟື້ນ. ເຊິ່ງ ການສະແດງມິດຕະພາບຂອງຄະ ນະສິລະປະກອນກອງທັບ ແຫ່ງ ສປ ຈີນ ໃນຄັ້ງນີ້ບໍ່ພຽງແຕ່ປະ ກອບສ່ວນສ້າງບັນຍາກາດເບີກບານມ່ວນຊື່ນໃນໂອກາດວັນສຳ ຄັນຂອງກອງທັບເທົ່ານັ້ນ, ຍັງ ເປັນການແລກປ່ຽນບົດຮຽນທາງ ດ້ານສິລະປະວັດທະນະທຳ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງກອງ ທັບ ແລະ ປະຊາຊົນສອງຊາດໃຫ້ຫນັກແໜ້ນຍິ່ງໆຂຶ້ນ. ການສະແດງຂອງຄະນະສິລະ ປະກອນກອງທັບແຫ່ງ ສປ ຈີນ ຄັ້ງນີ້ແມ່ນປະກອບມີ 13 ລາຍ ການສະແດງ ເຊິ່ງແຕ່ລະລາຍ ການແມ່ນໄດ້ສ່ອງແສງເຖິງຮີດ ຄອງປະເພນີວັດທະນະທຳອັນ ສວຍງາມສະແດງເຖິງສາຍພົວ ພັນມິດຕະພາບທີ່ດີງາມລະຫວ່າງ ສອງຊາດ, ສອງກອງທັບລາວ ແລະ ສປ ຈີນ ເຊິ່ງເຮັດໃຫ້ຜູ້ຊົມ ມີຄວາມເບີກບານມ່ວນຊື່ນ ແລະ ປະທັບໃຈເປັນຢ່າງດີ. ໂອກາດທີ່ ຄະນະສິລະປະກອນກອງທັບ ແຫ່ງ ສປ ຈີນ ມາເຄື່ອນໄຫວ ສະແດງໃນຄັ້ງນີ້ຄະນະຍັງໄດ້ໄປ ທ່ຽວຊົມສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ແລະ ທຳ ມະຊາດຢູ່ນະຄອນຫລວງວຽງ ຈັນ ແລະ ແຂວງຫລວງພະບາງ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ