ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມໃຫຍ່ໜ່ວຍພັກພະແນກເຊື້ອໄຟ-ອຸປະໂພກ ວິທະຍາຄານເຕັກນິກການທະຫານ
ເວລາອອກຂ່າວ: 2018-12-31 10:07:29 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



v ໃນວັນທີ 19 ທັນວາ 2018 ນີ້, ໜ່ວຍພັກພະແນກເຊື້ອໄຟ-ອຸປະໂພກທີ່ຂຶ້ນກັບຄະນະພັກ ຮາກຖານຫ້ອງພະລາທິການວິ ທະຍາຄານເຕັກນິກການທະ ຫານສຳເລັດກອງປະຊຸມໃຫຍ່ ຂອງຕົນໂດຍການເຂົ້າຮ່ວມ ຂອງ ພັນເອກ ສິງຄຳ ເທບ ວົງສິມ ເລຂາຄະນະພັກ ຫົວໜ້າ ການເມືອງ ວິທະຍາຄານເຕັກນິກ ການທະຫານ, ມີສະມາຊິກພັກ, ແຂກຖືກເຊີນເຂົ້າຮ່ວມ. ພັນຕີ ຄອນສະຫວັນ ສີຈຳປາ ເລຂາໜ່ວຍພັກໄດ້ຂຶ້ນຜ່ານບົດ ສະຫຼຸບ ແລະ ທິດທາງແຜນການ ໃນບົດສະຫຼຸບໄດ້ຍົກໃຫ້ເຫັນ ຫຼາຍດ້ານທີ່ພົ້ນເດັ່ນເປັນຕົ້ນ ແມ່ນວຽກງານສຶກສາອົບຮົມ ການເມືອງນຳພາແນວຄິດໃຫ້ ສະມາຊິກພັກພາຍໃນໜ່ວຍຂອງ ຕົນໃຫ້ມີຄວາມອຸ່ນອຽນທຸ່ນ ທ່ຽງເຊື່ອໝັ້ນຕໍ່ການນຳພາຂອງ ພັກ-ລັດການປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບວາງ ອອກຢ່າງເຂັ້ມງວດເອົາໃຈໃສ່ ເຮັດສຳເລັດໜ້າທີ່ວຽກງານວິ ຊາສະເພາະຂອງຕົນຮັບຜິດ ຊອບມີຜົນສຳເລັດ ເຊິ່ງຄະນະພັກ ໄດ້ຖືເອົາການດຳເນີນຊີວິດການ ເມືອງປະຈຳເດືອນ,ປະຈຳອາ ທິດແກ້ໄຂຈຸດອ່ອນທີ່ຍັງຄົງຄ້າງ ຖືເອົາວຽກງານວິຊາສະເພາະ ເປັນສຳຄັນ, ໃນໄລຍະຜ່ານມາ ໜ່ວຍພັກພະແນກເຊື້ອໄຟ-ອຸປະໂພກ ສາມາດເຮັດສໍາເລັດ ວຽກງານວິຊາສະເພາະດັ່ງນີ້ ວຽກງານຮັບປະກັນນໍ້າມັນເຊື້ອ ໄຟສ້າງແຜນງົບປະມານສະຫຼຸບ ໃຫ້ຂັ້ນເທິງຈຳນວນ 25 ຄັ້ງ, ພົວພັນວຽກນຳກົມໃຫຍ່ພະລາ ທິການ ແລະ ກົມເຊື້ອໄຟ 90 ຄັ້ງ, ຮັບ ແລະຈ່າຍນໍ້າມັນກາຊວນ 1.311.500 ລິດ, ນໍ້າມັນແອັດ ຊັງ 193.500 ລິດ, ວຽກງານອຸ ປະໂພກ-ບໍລິໂພກສາມາດສ້າງ ແຜນງົບປະມານປະຈຳປີໄດ້ 12 ຄັ້ງ,ພົວພັນວຽກນຳຂັ້ນເທິງໄດ້ 112 ຄັ້ງ, ຊື້ເຂົ້ານຳໂຮງສີເອກະ ຊົນມາເບີກຈ່າຍເປັນອັດຕາກິນ 254,400 ກິໂລ,ຮັບນຳກົມອຸ ປະໂພກມາເບີກຈ່າຍ 593,712 ກິໂລ, ມີເຂົ້າສໍາຮອງ 10,648 ກິໂລ ຫາລາຍໄດ້ເຂົ້າຄັງລວມ ໄດ້ 15.188.000 ກີບ, ສ່ວນ ທິດທາງແຜນການຈະຕັ້ງຫນ້າ ສຶກສາອົບຮົມການເມືອງນຳ ພາແນວຄິດໃຫ້ກວ້າງຂວາງ ເລີກເຊິ່ງເພື່ອເຮັດໃຫ້ພະນັກ ງານ-ນັກຮົບມີຄວາມຈົງຮັກ ພັກດີຕໍ່ພັກ,ຕໍ່ປະເທດຊາດຮັກ ວິຊາສະເພາະຂອງຕົນຮັບຜິດ ຊອບ ປັບປຸງກໍ່ສ້າງພັກ, ພະນັກ ງານໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງສ້າງສະມາຊິກພັກແຂງໃຫ້ ໄດ້ 85% ຂຶ້ນໄປ ເອົາໃຈໃສ່ປັບ ປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດຊີ້ນຳໃນການກໍ່ສ້າງພັກ ຈາກ ນັ້ນກອງປະຊຸມໄດ້ຍັງປ່ອນບັດ ຄັດເລືອກໄດ້ຄະນະພັກຊຸດໃໝ່ ໄດ້ຕາມຄາດຫມາຍ. ຕອນທ້າຍກອງປະຊຸມປະທານ ຍັງໄດ້ໂອ້ລົມ ແລະ ຮຽກຮ້ອງ ມາຍັງຄະນະພັກ, ສະມາຊິກພັກ ທຸກສະຫາຍໃຫ້ຖືເອົາການ ສຶກສາອົບຮົມການເມືອງນຳ ພາແນວຄິດເປັນກົກ, ມີຄວາມ ສາມັກຄີເປັນເອກະພາບພາຍ ໃນພັກປະຕິບັດຫຼັກການລວມ ສູນປະຊາທິປະໄຕມີແບບແຜນ ວິທີເຮັດວຽກເຝິກຝົນຕົນເອງ ໃນທຸກດ້ານຍົກສູງນ້ຳໃຈຄວາມ ຮັບຜິດຊອບໜ້າທີ່ການເມືອງ ຂອງກົມກອງສ້າງໜ່ວຍພັກ ຂອງຕົນໃຫ້ປອດໃສ,ເຂັ້ມແຂງ, ໜັກແໜ້ນໄວ້ຕະຫຼອດໄປ. ໂດຍ: ຄຳຜິວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ