ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການຈັດຕັ້ງມະຫາຊົນກອງພັນໃຫຍ່ 641 ລົງຊຸກຍູູ້ກ້ອນສວນສະໜາມຂອງກົມກອງ
ເວລາອອກຂ່າວ: 2018-12-31 10:05:30 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ໃນວັນທີ 21 ທັນວາ 2018 ນີ້, ສອງອົງການຈັດຕັ້ງມະຫາ ຊົນ ຊາວໜຸ່ມ-ແມ່ຍິງ ກອງພັນ ໃຫຍ່ 641 ນຳໂດຍ ພັນຕີ ທິບພະ ສອນ ອິນທະຈິດ ຫົວຫນ້າຂະ ແຫນງຊາວໜຸ່ມ ແລະ ພັນຕີ ນາງ ພວງວັນ ແພງລຳພັນ ຫົວ ໜ້າຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 641 ໄດ້ນຳເອົາ ເຄື່ອງ ອຸປະໂພກ-ບໍລິໂພກ ລົງຊຸກ ຍູ້ໃຫ້ກຳລັງໃຈອ້າຍນ້ອງກ້ອນ ສວນສະຫນາມຂອງຕົນໃນນັ້ນ ມີນ້ຳ ດື່ມ 30 ແກັດ, ນ້ຳຫວານ 10 ແກັດ ແລະ ສະປອນເຊີ 6 ແກັດ ລວມມູນຄ່າ 3 ລ້ານ ກວ່າກີບ. ເຊິ່ງກ່າວມອບໂດຍ ພັນຕີ ນາງ ພວງວັນ ແພງລຳພັນ ຫົວໜ້າຂະ ແຫນງສະຫະພັນແມ່ຍິງກອງພັນ ໃຫຍ່ 641 ແລະ ກ່າວຮັບໂດຍ ພັນໂທ ອົດສາ ໄຊຍະເສນ ຮອງ ຫົວຫນ້າພະແນກເສນາທິການ ກອງພັນໃຫຍ່ 641. ໂດຍ: ກອງເພັດ ຄຳມາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ