ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າພະແນກກິລາກົມອົບຮົມ ກສນ ຊຸກຍູ້ຂະບວນການໂຮງຮຽນ 307
ເວລາອອກຂ່າວ: 2018-12-31 09:32:09 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 5631 | ຄວາມນິຍົມ:



ໃນວັນທີ 20 ທັນວາ 2018 ພັນໂທ ສີສຸກ ເພັງຄໍາອ່ອນ ຫົວ ໜ້າພະແນກກີລາກົມອົບຮົມກົມ ໃຫຍ່ເສນາທິການ ພ້ອມດ້ວຍ ຄະນະໄດ້ນໍາເອົາອຸປະກອນກີລາ ເຊິ່ງປະກອບມີບານເຕະຈໍານວນ 3 ໜ່ວຍ,ບານສົ່ງຈໍານວນ3 ໜ່ວຍ, ກະຕໍ້ຈໍານວນ 3 ໜ່ວຍ, ຕາໜ່າງບານສົ່ງ, ກະຕໍ້ ແລະ ບານເຕະຈໍານວນ 6 ດາງ ລວມມູນ ຄ່າທັງໝົດ 3.000.000 ກີບ ມາມອບໃຫ້ຄະນະພັກ-ຄະ ນະບັນຊາໂຮງຮຽນ 307 ເພື່ອ ເປັນການປະກອບສ່ວນຊຸກຍູ້ ວຽກງານຂະບວນການກີລາ ເນື່ອງໃນໂອກາດທີ່ໂຮງຮຽນ 307 ພວມຈັດຕັ້ງສ້າງຂະບວນ ການແຂ່ງຂັນກີລາຂອງກົມກອງ ເພື່ອຕ້ອນຮັບວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້ ທັງເປັນ ການສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ກົມກອງໄດ້ ເຄື່ອນໄຫວເຝິກຊ້ອມ ແລະ ແຂ່ງ ຂັນກິລາ, ພາຍໃນ ແລະ ກົມກອງ ອ້ອມຂ້າງໂຮງຮຽນໄດ້ຢ່າງຕໍ່ ເນື່ອງ. ໂອກາດນີ້ ພັນໂທ ສອນທອງ ວົງມີຈິດ ຫົວໜ້າການທະຫານ ໂຮງຮຽນ 307 ກໍຕາງໜ້າໃຫ້ ຄະນະພັກ-ຄະນະອໍານວຍການ ໂຮງຮຽນ, ກ່າວຮັບເອົາອຸປະ ກອນກີລາ ແລະ ພ້ອມທັງສະ ແດງຄວາມຂອບໃຈເປັນຢ່າງສູງ ຕໍ່ພັນໂທ ສີສຸກ ເພັງຄໍາອ່ອນ ພ້ອມ ດ້ວຍຄະນະທີ່ໃຫ້ການຊ່ວຍເຫຼືອ ອຸປະກອນກີລາໃນຄັ້ງນີ້ ເຊິ່ງມັນສະແດງໃຫ້ເຫັນຄວາມເປັນຫວ່ງ ເປັນໄຍ ແລະ ເຫັນໄດ້ຄວາມສໍາ ຄັນຂອງວຽກງານກີລາ ພ້ອມ ທັງໃຫ້ສັນຍາວ່າຈະນໍາເອົາອຸປະ ກອນກິລາດັ່ງກ່າວໄປນໍາໄຊ້ເຂົ້າ ໃນວຽກງານກິລາຂອງກົມກອງ ໃຫ້ເກີດປະໂຫຍດສູງສຸດ. ໂດຍ: ກິດສະໜາ ວົງພະຈັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ