ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອິດສະຣາແອນ ກຽມຍຸບສະພາ ຈັດການເລືອກຕັ້ງກ່ອນກຳນົດ
ເວລາອອກຂ່າວ: 2018-12-28 10:04:21 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 10233 | ຄວາມນິຍົມ:



ສໍານັກຂ່າວ AFP ລາຍ ງານເມື່ອວັນທີ 26 ທັນວາ 2018 ນີ້ວ່າ: ກອງປະຊຸມພັກຮ່ວມລັດ ຖະບານຂອງອິດສະຣາແອນນໍາ ໂດຍພັກລິຄຸດມີມະຕິເປັນເອກະ ສັນໃຫ້ກຽມຈັດການເລືອກຕັ້ງທົ່ວ ໄປກ່ອນກໍານົດໃນວັນທີ 9 ເມສາ ປີໜ້າ ເຊິ່ງລັດຖະບານກໍາລັງເລັ່ງ ຮ່າງກົດໝາຍຍຸບສະພາຜູ້ແທນ ປະຊາຊົນ ເພື່ອໃຫ້ເຂົ້າສູ່ການພິ ຈາລະນາຮັບຮອງຂອງລັດຖະ ສະພາໂດຍໄວທີ່ສຸດ. ໂດຍຕາມແຜນການເລືອກຕັ້ງ ທົ່ວໄປຄັ້ງຕໍ່ໄປຂອງອິດສະຣາ ແອນ ກໍານົດໄວ້ໃນເດືອນພະຈິກ 2019 ແຕ່ການຕັດສິນໃຈຂອງ ທ່ານ ເນທັນຢາຮູ ໃນການຍຸບສະ ພາ ແລະ ຈັດການເລືອກຕັ້ງກ່ອນ ກໍານົດບໍ່ແມ່ນເລື່ອງເໜືອຄວາມ ຄາດໝາຍ ເມື່ອ ທ່ານ ເອວິກດໍ ລີເບີ ແມນ ລາອອກຈາກຕໍາແໜ່ງລັດ ຖະມົນຕີກະຊວງປ້ອງກັນປະເທດ ເມື່ອກາງເດືອນພະຈິກ ທີ່ຜ່ານມາ ຈາກຄວາມຂັດແຍ້ງທີ່ທ່ານ ເນ ທັນ ຢາຮູ ຍອມຮັບຂໍ້ຮຽກຮ້ອງ ຂອງເອຢິບ ໃນການສະຫງົບ ເສິກກັບ ກຸ່ມຮາມາສ ພາຍຫຼັງທີ່ ຕ່າງຝ່າຍຕ່າງໂຈມຕີຂ້າມຊາຍ ແດນທາງໃຕ້ຂອງເຂດກາຊາ ຢ່າງໜັກໃນໄລຍະໜຶ່ງ ສົ່ງຜົນ ໃຫ້ຊາວປາແລັດສະຕິນ ເສຍຊີ ວິດຢ່າງໜ້ອຍ 11 ຄົນ ແລະ ຊາວ ອິດສະຣາເເອນ 2 ຄົນ. ນອກ ຈາກນັ້ນ ທ່ານ ລີເບີແມນ ຍັງນໍາ ພັກອິດສະຣາເເອນ ເບເທນູ ເຊິ່ງມີ 5 ບ່ອນນັ່ງໄປລວມກັບພັນທະມິດ ພັກຝ່າຍຄ້ານໃຫ້ເພີ່ມຂຶ້ນເປັນ 59 ບ່ອນນັ່ງ ສົ່ງຜົນໃຫ້ພັກຮ່ວມລັດ ຖະບານເຫຼືອພຽງ 61 ບ່ອນນັ່ງ ເຊິ່ງຫລາຍກ່ວາຝ່າຍຄ້ານພຽງ 2 ບ່ອນນັ່ງເທົ່ານັ້ນ. ຢ່າງໃດກໍ ຕາມຫຼັງຢຸດຮົບກັບກຸ່ມຮາມາສ ອິດສະຣາເເອນ ພົບກັບຄວາມທ້າ ທາຍດ້ານຄວາມໝັ້ນຄົງຄັ້ງໃໝ່ບໍ ລິເວນຊາຍແດນທາງເໜືອ ເຊິ່ງ ຕິດກັບພາກໃຕ້ຂອງລີບັງ ເມື່ອມີ ການຄົ້ນພົບອຸໂມງລັບຂອງກຸ່ມ ເຮັສໂບເລາະ ແລະ ການທີ່ສະ ຫະລັດຈະຖອນທະຫານອອກ ຈາກຊີຣີ. ໃນຂະນະທີ່ຄວາມຂັດແຍ້ງ ເລື່ອງພູພຽງໂກລັນກັບລັດຖະ ບານຊີຣີກັບມາເຄັ່ງຕຶງອີກຄັ້ງ ແລະ ທ່ານເນທັນຢາຮູຕົກເປັນ ເປົ້າໝາຍຂອງການສືບສວນ ສອບສວນການສໍ້ລາດບັງຫລວງ ໃນຫຼາຍຂໍ້ຫາ, ແຕ່ວ່າສໍານັກໂພລ ທຸກແຫ່ງຂອງອິດສະຣາເເອນ ເຊື່ອວ່າ ພັກລິຄຸດ ເຊິ່ງເປັນພັກ ການເມືອງສາຍກາງ-ຂວາ ຈະ ຍັງຄົງໄດ້ຮັບການເລືອກຕັ້ງເຂົ້າ ມາດົນທີ່ສຸດ ແລະ ເນທັນຢາຮູໄວ 69 ປີ ກຽມສ້າງປະຫວັດສາດ ເປັນນາຍົກລັດຖະມົນຕີຍາວ ນານທີ່ສຸດຂອງອິດສະຣາແອນ ທໍາລາຍສະຖິຕິຂອງທ່ານ ເດວິດ ເບນກູຣີອອນ ນາຍົກລັດຖະມົນ ຕີຄົນທໍາອິດຂອງອິດສະຣາແອນ ເຖິງວ່າທ່ານຈະຢູ່ໃນຕໍາແໜ່ງບໍ່ ຕໍ່ເນື່ອງກໍຕາມ ຄືສະໄໝທໍາອິດ ແຕ່ປີ 1996-1998 ແລະກັບ ມາອີກຄັ້ງແຕ່ປີ 2009 ຈົນເຖິງ ປັດຈຸບັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ