ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວຊຸກຍູ້ວຽກງານ ສະກັດກັ້ນພະຍາດໂຄວິດ-19 ຢູ່ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2021-05-14 11:55:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ໃນວັນທີ 12 ພຶດສະພາ 2021 ນີ້ ສະຫາຍພົນຈັດຕະວາ ວັນທອງ ບຸດຕະວົງ, ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໂດຍໃຫ້ການຕ້ອນຮັບອັນອົບອຸ່ນຈາກ ສະຫາຍພັນເອກ ແປ້ນຄໍາ ບຸດຈັນແພງ, ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະ, ມີຕາງໜ້າຄະນະພັກໂຮງຮຽນກໍ່ສ້າງນາຍສິບເລກ I ກອງທັບ, ໂຮງງານປະສານເຫຼົ່າ, ອົງການໄອຍະການທະຫານພາກເໜືອ, ໂຮງໝໍບໍລິເວນ 107 ແລະ ສານທະຫານພາກເໜືອ ພ້ອມດ້ວຍໜ່ວຍສະເພາະກິດຕ້ານພະຍາດໂຄວິດ-19 ຈາກບັນດາກົມກອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ແຕ່ລະກົມກອງໄດ້ຜັດປ່ຽນກັນຂື້ນລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດ ທີ່ພວມແຜ່ລະບາດຈາກພະຍາດໂຄວິດ-19 ເຊິ່ງເຫັນໄດ້ດ້ານດີທີ່ຕັ້ງໜ້າ ແລະ ບາງບັນຫາທີ່ພົບຄວາມຫຍຸ້ງຍາກ ໃນນີ້ເຫັນວ່າແຕ່ລະກົມກອງ ແມ່ນໄດ້ຍົກສູງສະຕິຄວາມຮັບຜິດຊອບ ໄດ້ພົວພັນກັບອໍານາດການປົກຄອງບ້ານ, ເມືອງ ໃນການຈັດຕັ້ງຊີ້ນໍາ-ນໍາພາ ເຄື່ອນໄຫວຕ້ານ ແລະ ສະກັດກັ້ນ, ປ້ອງກັນ, ຄວບຄຸມພະຍາດໂຄວິດ-19 ບົນພື້ນຖານແມ່ນໄດ້ປະຕິບັດຕາມຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ຢ່າງເຂັ້ມງວດ. ໂອກາດນີ້ ສະຫາຍພົນຈັດຕະວາ ວັນທອງ ບຸດຕະວົງ ໄດ້ມີຄໍາເຫັນຊີ້ນໍາໃຫ້ແຕ່ລະຫົວໜ່ວຍກົມກອງເອົາໃຈໃສ່ປົກປັກຮັກສາຂອບເຂດຊາຍແດນ ເພື່ອປ້ອງກັນສະກັດກັ້ນການລັກລອບ ເຂົ້າ-ອອກເມືອງ ຜິດກົດໝາຍ, ພ້ອມກັນນີ້ກໍ່ຕ້ອງເພີ່ມທະວີຮັກສາຄວາມເປັນລະບຽບຮຽບຮ້ອຍ ຂອງກົມກອງໃຫ້ເຂັ້ມງວດ, ເອົາໃຈໃສ່ຄຸ້ມຄອງການກິນດື່ມ ໃຫ້ຖືກຕາມຫຼັກອະນາໄມ ແລະ ຮັກສາໄລຍະຫ່າງ, ຖືເອົາວິກິດໃນຄັ້ງນີ້ເປັນການຝຶກຝົນຫຼໍ່ຫຼອມຕົນເອງ ດ້ວຍການເສຍສະຫຼະປະກອບ ສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19, ສືບຕໍ່ເພີ່ມທະວີເຕົ້າໂຮມຄວາມສາມັກຄີ ພາຍໃນໃຫ້ແໜ້ນແຟ້ນ, ພາຍນອກໃຫ້ກ້ວາງຂວາງ ແລະ ສືບຕໍ່ປະຕິບັດຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີແຫ່ງ ສປປລາວ ໃຫ້ເຂັ້ມງວດ. ພິທີຍັງໄດ້ມອບເຄື່ອງຊ່ວຍເຫຼືອ ໃນການສະກັດກັ້ນພະຍາດໂຄວິດ-19 ໃຫ້ບັນດາກົມກອງຕື່ມອີກ. ໂດຍ: ສົມພອນ ສຸວັນທອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ