ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຖາບັນກັນພະຍາດກອງທັບລາວ - ຫວຽດນາມພົບປະແລກປ່ຽນບົດຮຽນດ້ານວິຊາການປ້ອງກັນ ຄວບຄຸມຍາດໂຄວິດ-19
ເວລາອອກຂ່າວ: 2021-05-13 14:50:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ໃນວັນທີ່ 13 ພຶດສະພາ 2021 ນີ້, ຢູ່ທີ່ ສະຖາບັນອະນາໄມກັນພະຍາດກອງທັບປະຊາຊົນລາວ, ສອງສະຖາບັນກັນພະຍາດກອງທັບລາວ - ຫວຽດນາມໄດ້ພົບປະແລກປ່ຽນບົດຮຽນດ້ານວິຊາການປ້ອງກັນຄວບຄຸມພະຍາດໂຄວິດ- 19 ນໍາກັນ, ເຊິ່ງຝ່າຍຄະນະຜູ້ແທນກອງທັບ ສສ ຫວຽດນາມນໍາໂດຍ ສະຫາຍ ພັນເອກ ຫງວຽນວັນດົງ ຫົວໜ້າສະຖາບັນກັນພະຍາດກອງທັບ ສສ ຫວຽດນາມ, ຝ່າຍລາວນໍາໂດຍ ສະຫາຍ ພັນໂທ ໂພສະເດັດ ເສນາມຸນຕີ ຫົວໜ້າການເມຶອງ ແລະ ສະຫາຍ ພັນໂທ ພຶດສະພາ ສົນທິລາດ ຫົວໜ້າການທະຫານ ສະຖາບັນອະນາໄມກັນພະຍາດພ້ອມດ້ວຍຄະນະວິຊາການທັງສອງຝ່າຍເຂົ້າຮ່ວມ. ພາຍຫຼັງທີ່ຄະນະຜູ້ແທນກອງທັບ ສສ ຫວຽດນາມໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມແລ້ວ ສະຫາຍ ພັນໂທ ໂພສະເດັດ ເສນາມຸນຕີ ໄດ້ຕາງໜ້າຄະນະລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊຶ້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ຢູ່ໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດຄໍາສັ່ງຂອງຂັ້ນເທິງ, ການຈັດຕັ້ງນໍາພາທີມງານວິຊາການແພດໝໍລົງເຄຶ່ອນໄຫວວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ຢູ່ບັນດາກົມກອງທະຫານທີ່ມີເປົ້າໝາຍຄວາມສ່ຽງໃນໄລຍະຜ່ານມາ, ພ້ອມທັງລາຍງາຍຫຍໍ້ກ່ຽວກັບໂຄງປະກອບການຈັດຕັ້ງບັນຊາກົມກອງ ກໍຄືລະບົບການຈັດຕັ້ງຈຸທີມງານປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ໃນໄລຍະຜ່ານມາໃຫ້ທາງຄະນະຝ່າຍຫວຽດນາມຊາບ. ສະຫາຍ ພັນເອກ ຫງວຽນວັນດົງ ໄດ້ສະເໜີບົດຮຽນປະສົບປະການໃນການປ້ອງກັນຄວບຄຸມພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ຢູ່ ສສ ຫວຽດນາມໃນໄລຍະຜ່ານມາ, ສະຖາບັນກັນພະຍາດ ສສ ຫວຽດນາມໄດ້ຊີ້ນໍາ - ນໍາພານັກວິຊາການຕໍ່ສູ້ກັບພະຍາດໂຄວິດ-19 ຢ່າງມີຄວາມເດັດຂາດ, ມີຄວາມຮັບຜິດຊອບສູງ, ທັງເຄຶ່ອນທີ່ໄຫວທັນການ ເພຶ່ອເອົາຊະນະກັບພະຍາດ, ສາມາດປ້ອງກັນຄວບຄຸມພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະລະບາດໄປສູ່ວົງກວ້າງ ແລະ ຄົງທີ່, ເພື່ອສືບຕໍ່ປະຕິບັດປະສານງານວຽກງານວິຊາສະເພາະໃນຕໍ່ໜ້າ ແລະ ຍາວນານ, ຄະນະຜູ້ແທນສອງຝ່າຍຍັງໄດ້ສົນທະນາເປັນເອກະພາບແຮກສ່ຽວກັນລະຫວ່າງ 2 ສະຖາບັນກັນພະຍາດລາວ - ຫວຽດນາມ. ໂອກາດນີ້, ທາງຝ່າຍສະຖາບັນກັນພະຍາດ ກອງທັບປະຊາຊົນລາວ ຍັງໄດ້ນໍາພາຄະນະຜູ້ແທນເຂົ້າຊົມ, ຖອດຖອນບົດຮຽນຢູ່ຫ້ອງເກັບຕົວຢ່າງ, ຫ້ອງແຍກເຊື້ອພະຍາດໂຄວິດ-19 ຂອງສະຖາບັນອະນາໄມກັນພະຍາດກອງທັບປະຊາຊົນລາວ ອີກດ້ວຍ, ທັງນີ້ກໍເພຶ່ອເປັນການພົບປະຢ້ຽມຢາມແລກປ່ຽນບົດຮຽນ, ຮັດແໜ້ນຄວາມສາມັກຄີພິເສດລະຫວ່າງສອງກອງທັບລາວ - ຫວຽດນາມທີ່ມີມູນເຊື້ອມາແຕ່ດົນນານໃຫ້ໝັ້ນຄົງທະນົງແກ່ນ ແລະ ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ. ໂດຍ. ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ