ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະສະເພາະກິດ ຄວບຄຸມ ແລະ ຕ້ານການແຜ່ລະບາດ ໂຄວິດ -19 ທະຫານແຂວງວຽງຈັນ ສະຫຼຸບຖອດຖອນບົດຮຽນ
ເວລາອອກຂ່າວ: 2021-05-13 14:49:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ:



ວັນທີ 12 ພຶດສະພາ 2021 ນີ້ ຄະນະສະເພາະກິດປ້ອງກັນ ຄວບຄຸມ, ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ຂອງກອງບັນຊາການທະຫານແຂວງວຽງຈັນ ໄດ້ສະຫຼຸບຖອດຖອນບົດຮຽນການປະຕິບັດວຽກງານ ໃນໄລຍະຜ່ານມາ. ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນຜອງ ບຸດທະວົງ ກຳາມະການຄະນະພັກແຂວງ, ກໍາມະການຄະນະປະຈຳາພັກກອງບັນຊາການທະຫານແຂວງວຽງຈັນ, ຫົວໜ້າຄະນະສະເພາະກິດປ້ອງກັນຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ມີບັນດາສະຫາຍໃນອະນຸກຳາມະການ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ທອງໄຊ ພັນສະໃໝ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງ ພະຍາດໂຄວິດ-19 ໃນໄລຍະທີ 01 ນັບແຕ່ວັນທີ 21/04/-10/05/2021, ເຊິ່ງຜ່ານມາໄດ້ແຕ່ງຕັ້ງໜ່ວຍງານວັດແທກອຸນຫະພູມຢູ່ 2 ຈຸດ ຄື: ກອງບັນຊາການ ແລະ ໂຮງໝໍ 30 ຕຽງ, ໄດ້ພົວພັນຂໍຢາວັກຊິນນຳາກົມເສນາຮັກ ແລະ ສາທາລະນະສຸກແຂວງຈຳານວນ 2,200 ໂດດ, ພ້ອມທັງຈັດຕັ້ງໜ່ວຍງານສັກ ວັກຊິນ ໃຫ້ພະນັກງານນັກຮົບ, ພໍ່ແມ່ປະຊາຊົນອອ້ອມຂ້າງ, ຈັດຕັ້ງທິມແພດ ເຂົ້າຮ່ວມປິ່ນປົວຜູ້ຕິດເຊື້ອ ໂຄວິດ-19 ຈໍານວນ 03 ສະຫາຍ, ຈັດຕັ້ງໜ່ວຍງານພົ່ນຢາຂ້າເຊື້ອຢູ່ອົງການ ແລະ ກົມກອງອ້ອມຂ້າງສຳເລັດ, ກະກຽມສະຖານທີ່ເພື່ອຮອງຮັບຜູ້ຕິດເຊື້ອ ເຂົ້າມາປິ່ນປົວຈຳານວນ 05 ຫ້ອງ, ໃນນັ້ນມີ 01 ກໍລະນີທີ່ເຂົ້າມາປິ່ນປົວຢູ່ໂຮງໝໍທະຫານແຂວງວຽງຈັນ ເຊິ່ງປັດຈຸບັນຜູ້ກ່ຽວແມ່ນຫາຍດີແລ້ວ, ນອກນັ້ນ ໄດ້ແຕ່ງຕັ້ງອະນຸກໍາມະການລົງກວດກາ, ຊຸກຍູ້ ແລະ ຊີ້ນໍາບັນດາກອງບັນຊາການທະຫານເມືອງ, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ໂຮງຮຽນ, ໂຮງໝໍ ຜ່ານການລົງກວດກາ ເຫັນວ່າມີຫຼາຍກົມກອງສາມາດເຮັດໄດ້ດີ ເຊິ່ງມັນສະແດງອອກໃນການຈັດຕັ້ງປະຕິບັດຕົວຈິງເຊັນວ່າ: ໄດ້ຈັດຕັ້ງອ້າຍນ້ອງປ້ອງກັນເວນຍາມປະຕູໂຂງເຂົ້າຄ້າຍ, ກວດອຸນຫະພູມ, ໃສ່ຜ້າປິດປາກ-ດັງ, ມີເຈວລ້າງມື ແລະ ຮັກສາໄລຍະຫ່າງໄດ້ດີພໍສົມຄວນ ພ້ອມທັງຊີ້ນໍາໃຫ້ບັນດາກົມກອງເອົາໃຈໃສ່ໃນການຄຸ້ມຄອງດ້ານຈຳານວນພົນ, ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບ ຕິດຕາມກຳແໜ້ນສະພາບຮອບດ້ານ, ກວດກາເວນຍາມ ການເຂົ້າ-ອອກຄ້າຍຢ່າງເຂັ້ມງວດ, ສຶກສາໃຫ້ນາຍ ແລະ ພົນທະຫານເຊື່ອມຊືມກໍາ ແໜ້ນຄໍາສັ່ງແນະນໍາຂອງຂັ້ນເທິງ, ປຸກລະດົມໃຫ້ພະນັກງານ-ນັກຮົບທຸກສະຫາຍເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍເລີ່ມຈາກບຸກຄົນ, ການຕິດຕາມຂໍ້ມູນຂ່າວສານຕ່າງໆຕ້ອງລະມັດລະວັງອັນໃດເປັນຂໍ້ມູນຄວາມຈິງ ແລະ ເຊື່ອຖືໄດ້. ກອງປະຊຸມຍັງໄດ້ວາງທິດທາງແຜນການຈັດຕັ້ງປະຕິບັດໃນໄລຍະທີ 2 ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ສືບຕໍ່ເຝົ້າລະວັງຢ່າງເຂັ້ມງວດຕື່ມອີກ. ໂດຍ: ສາຍຄຳ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ