ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການເມືອງ ມອບເງິນອຸດຫນູນ ໃຫ້ນາຍທະຫານ ພັກການຮັບເບ້ຍບໍານານ
ເວລາອອກຂ່າວ: 2021-05-12 13:26:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 46 | ຄວາມນິຍົມ:



ວັນທີ 11 ພຶດສະພາ 2021 ນີ້ ຫ້ອງການເມືອງກອງບັນຊາການ ທະຫານແຂວງ ຫົວພັນ ໄດ້ຈັດພິທີມອບເງິນອຸດຫນູນ 15% ໃຫ້ນາຍທະຫານພັກການຮັບເບ້ຍບໍານານ. ໂດຍການຮ່ວມຂອງ ສະຫາຍ ພັທ ບຸນປະສົງ ຈົນສົມພັນ ຄະນະພັກ, ຮອງຫົວຫນ້າຫ້ອງການເມືອງ, ກອງບັນຊາການທະຫານແຂວງຫົວພັນ, ມີພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານຮັບບໍານານເຂົ້າຮ່ວມ. ໃນພິທີ ສະຫາຍ ພັທ ຄໍາປ່ຽງ ດວງໄຊແພງ ວ່າການຫົວຫນ້າພະແນກພະນັກງານ, ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 4532 ລົງວັນທີ 08 ທັນວາ 2020 ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບເບ້ຍບໍານານ. ເຊິ່ງມີ 8 ສະຫາຍຄື: ສະຫາຍ ພັທ ຄໍາອ່ອນ ພິມມະສອນ ກອງບັນຊາການທະຫານເມືອງແອດ, ສະຫາຍ ພັທ ສອນຈັນ ຈັນທະພິມ ກອງບັນຊາການທະຫານເມືອງຮ້ຽມ, ສະຫາຍ ພັທ ຄໍາສະຫັວນ ໄຊຍະສອນ ກອງບັນຊາການທະຫານເມືອງຊຽງຄໍ້, ສະຫາຍ ພັທ ຄໍາສີ ແກ້ວວິໄລພອນ ກອງພັນ 585, ສະຫາຍ ພັຕ ພິນຄໍາເພັດ ພັນວິໄຊ ກອງບັນຊາການທະຫານເມືອງຫົວເມືອງ, ສະຫາຍ ພັຕ ພອນສີ ມະນີວົງ ກອງບັນຊາການທະຫານເມືອງຊໍາເຫນືອ, ສະຫາຍ ຮ.ອ ອ່ອນຈັນ ເລືອງທອງດີ ນັກຮົບເກົ່າ ເມືອງຊ່ອນ ແລະ ສະຫາຍ ຮ.ທ ລີທໍ ຈື່ ຕົວ ກອງພັນ 163 ລວມເປັນເງິນທັງຫມົດ 133.851.000 ກ່ວາກີບ ເພື່ອເປັນການປະຕິບັດຕາມນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນທະຫານທີ່ມີຜົນງານປະກອບສ່ວນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະ ຜ່ານມາ. ຕອນທ້າຍ ສະຫາຍ ພັທ ບຸນປະສົງ ຈົນສົມພັນ, ຍັງໄດ້ໂອ້ລົມ ແລະ ຊີ້ນໍາຫຼາຍບັນຫາທີ່ສໍາຄັນ ເຊີ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ທຸກສະຫາຍ ໄດ້ສູ້ຊົນຜ່ານຜ່າອຸປະສັກ ຄວາມຫຸ້ຍງຍາກນາໆປະການ ປະກອບສ່ວນຢ່າງຕັ້ງຫນ້າ ເຂົ້າໃນການປະຕິບັດຫນ້າທີ່ວຽກງານ ທີ່ການຈັດຕັ້ງ ພັກ-ລັດ, ກົມກອງ ກໍ່ຄືປະຊາຊົນມອບຫມາຍໃຫ້ມີຜົນສໍາເລັດດ້ວຍດີ ມັນແມ່ນການປະກອບສ່ວນອັນສໍາຄັນ ໃຫ້ແກ່ການປັບປຸງພັດທະນາກົມກອງ ແລະ ປະຕິບັດ 2 ຫນ້າທີ່ຍຸດທະສາດ ຂອງພັກຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຮຽກຮ້ອງຈົ່ງສືບຕໍ່ເສີມ ຂະຫຍາຍມູນເຊື້ອດັ່ງກ່າວໃຫ້ສູງຂື້ນ ເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ, ພະນັກງານລຸ້ນສືບທອດຕໍ່ ໄປ, ປະກອບສ່ວນນໍາອໍານາດການປົກຄອງບ້ານໂຄສະນາສຶກສາອົບຮົມຍົກສູງສິຕິລະວັງຕົວ ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ, ປະຕິບັດລະບຽບກົດຫມາຍບ້ານເມືອງສ້າງສາພັດທະນາບ້ານຂອງຕົນ ໃຫ້ມີຄວາມເຂັ້ມແຂງ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ຂ່າວ: ນາງ ສຸນິສາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ