ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

3 ພາກສ່ວນອຸປະຖຳ ເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2021-05-12 12:56:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 143 | ຄວາມນິຍົມ:



ວັນທີ 11 ພຶດສະພາ 2021 ນີ້, ໄດ້ມີ 3 ພາກສ່ວນອຸປະຖຳ ເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ ເພື່ອນຳໃຊ້ເຂົ້າໃນວຽກງານປິ່ນປົວຜູ້ຕິດເຊື້ອໂຄວິດ-19, ວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ບັນດາພາກສ່ວນທີ່ມອບໃນຄັ້ງນີ້ປະກອບມີ: ສູນກາງສະຫະພັນກຳມະບານລາວ ມອບເງິນສົດ ຈຳນວນ 10 ລ້ານກີບ, ກ່າວມອບໂດຍທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ, ສາມອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ແລະ ກຳມະບານ ກອງທັບ ມອບເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 10 ລ້ານກີບ, ກ່າວມອບໂດຍທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ພ້ອມດ້ວຍຄະນະ, ທ່ານ ນາງ ນີຊົມ ໄຊຍະລາດ ພ້ອມຄອບຄົວ ອຸປະຖຳເຄື່ອງບໍລິໂພກປະເພດເຂົ້າກ່ອງ ແລະ ນ້ຳຫວານ ລວມມູນຄ່າ 1 ລ້ານ 5 ແສນກີບ. ທັງນີ້ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຮຽກຮ້ອງຕ້ອງການອັນຈໍາເປັນເພື່ອຊຸກຍູ້ ແລະ ຊ່ວຍເຫຼືອພະນັກງານແພດໝໍທີ່ກຳລັງປະຕິບັດໜ້າທີ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19, ໜ່ວຍງານປ້ອງກັນ, ຕ້ານ ແລະ ສະກັດກັ້ນການຕິດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນໂຮງໝໍສູນກາງ 103 ກອງທັບ, ສະນັ້ນ ຈຶ່ງໄດ້ມີຈິດໃຈເອື້ອເຟື້ອເພື່ອແຜ່ຈາກພາກສ່ວນຕ່າງໆ ແລະ ໄດ້ສະຫຼະວັດຖຸປັດໄຈເຂົ້າມາອຸປະຖຳຊ່ວຍເຫຼືອເຄື່ອງອຸປະໂພກ ແລະ ບໍລິໂພກທີ່ຈຳເປັນໃຫ້ແກ່ໂຮງໝໍ, ເພື່ອເປັນການຊຸກຍູ້ກຳລັງໃຈໃຫ້ແກ່ພະນັກງານ ແພດໝໍທຸກຄົນທີ່ກຳລັງປະຕິບັດໜ້າທີ່ໃນເວລານີ້. ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ດຣ ຄຳແພງ ພູມມາແກ້ວ ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ, ໄດ້ຕາງໜ້າຄະນະພັກ-ຄະນະອຳນວຍການ ແລະ ພະນັກງານແພດໝໍ ໄດ້ສະແດງຄວາມຂອບໃຈຢ່າງສູງນຳແຕ່ລະພາກສ່ວນ ທີ່ໄດ້ແບ່ງປັນນ້ຳໃຈຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງມັນສະແດງເຖິງຄວາມເສຍສະຫຼະຄວາມເປັນຫ່ວງເປັນໃຍ, ຄວາມສາມະຄີ, ທັງເປັນກຳລັງໃຈໃຫ້ແກ່ພະນັກງານແພດໝໍທຸກຄົນ ທີ່ກຳລັງເຮັດໜ້າທີ່ໃນເວລານີ້, ພ້ອມກ່າວອວຍພອນໄຊແດ່ບັນດາທ່ານພ້ອມຄະນະ ທີ່ຕາງໜ້າແຕ່ລະພາກສ່ວນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຄວາມຈະເລີນກ້າວໜ້າໃນໜ້າທີ່ການງານ. ສຳລັບເຄື່ອງຕ່າງໆ ທີ່ນຳມາມອບໃນຄັ້ງນີ້ແມ່ນທາງໂຮງໝໍຈະໄດ້ແຈກຢາຍໃຫ້ກໍາລັງແພດໝໍທີ່ປະຕິບັດໜ້າທີ່ ແລະ ຄົນເຈັບທີ່ກໍາລັງນອນປິ່ນປົວພະຍາດຢູ່ໃນໂຮງໝໍສູນກາງ 103 ກອງທັບ ຢ່າງທົ່ວເຖິງຕາມວັດຖຸປະສົງຂອງຜູ້ມາອຸປະຖຳໃນຄັ້ງນີ້. ໂດຍ: ສີຈັນ ເພັດວິໄຊ. ພາບ: ເລີດວິໄລ ວົງຈຳປາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ