ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງງານພູຂຽວນໍ້າກ້ອນ-ນໍ້າດື່ມ ມອບນໍ້າດື່ມ 50 ແພັກ ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2021-05-11 12:19:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 237 | ຄວາມນິຍົມ:



ເພື່ອເປັນການປະກອບສ່ວນ ແລະ ຊຸກຍູ້ຂວັນກໍາລັງໃຈ ໃຫ້ແກ່ພະນັກງານ-ນັກຮົບ ທົ່ວທະຫານແຂວງບໍ່ແກ້ວ ທີ່ພວມເອົາໃຈໃສ່ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19ຢູ່ພາຍໃນແຂວງ ໃນວັນທີ 11 ພືດສະພາ 2020 ນີ້, ສະຫາຍ ນາງ ພູວັນ ຄໍາພິລານຸວົງ ໂຮງງານພູຂຽວ ນໍ້າກ້ອນ-ນໍ້າດື່ມ ປະຈໍາບ້ານນໍ້າຍ້ອນເກົ່າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ມອບນໍ້າດືມ 50 ແພັກ ລວມມູນຄ່າ 1.000.000 ກີບ ໃຫ້ກອງບັນຊາການທະຫານແຂວງ ໂດຍການກ່າວຮັບຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊ ກໍາມະການຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ. ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຮຽກຮ້ອງຕ້ອງການອັນຈໍາເປັນຮີບດ່ວນເພື່ອຊຸກຍູ້ ແລະ ຊ່ວຍເຫຼືອພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ຕາມຈຸດປ້ອມຕ່າງໆ. ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານ-ນັກຮົບ ທົ່ວທະຫານແຂວງ ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ໂຮງງານພູຂຽວນໍ້າກ້ອນ-ນໍ້າດື່ມ ທີ່ໄດ້ແບ່ງປັນນໍ້າໃຈຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງມັນສະແດງເຖິງຄວາມເສຍສະຫຼະຄວາມເປັນຫ່ວງເປັນໄຍ, ຄວາມສາມັກຄີ ທັງເປັນກໍາລັງໃຈໃຫ້ແກ່ພະນັກງານ-ນັກຮົບ ທຸກຄົນ ທີ່ກໍາລັງເຮັດໜ້າທີ່. ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກໍາລັງແຮງ-ກໍາລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ປະເທດຊາດ ໂດຍສະເພາະ ຜູ້ທີ່ພວມປະຕິບັດໜ້າທີ່ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງບໍ່ແກ້ວ ເພື່ອຕອບຕ້ານ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫຼຸດລົງເລືອຍໆ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ