ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງເຈົ້າແຂວງໆຄຳາມ່ວນ ໂອ້ລົມພະນັກງານຫຼັກແຫຼງ ຂົງເຂດ ຖວທ
ເວລາອອກຂ່າວ: 2021-05-11 11:33:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 312 | ຄວາມນິຍົມ:



ວັນທີ 10 ພຶດສະພາ 2021 ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳາມ່ວນ ໄດ້ໂອ້ລົມກ່ຽວກັບວຽກງານຖະແຫຼງຂ່າວ, ວັດທະນະທຳາ ແລະ ທ່ອງທ່ຽວ ແຂວງຄຳາມ່ວນ. ມີການນຳາຂອງພະແນກ, ບັນດາຄະນະຂະແໜງການ, ກອງວິຊາການອ້ອມຂ້າງ ຕະຫຼອດເຖິງພະນັກງານຫຼັກແຫຼງພາຍໃນພະແນກ ຖວທ ແຂວງເຂົ້າຮ່ວມຮັບຟັງ. ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳາ ແລະ ທ່ອງທ່ຽວແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນຂົງເຂດ ຖວທ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການສຸມໃສ່ໂຄສະນາໃຫ້ແກ່ວຽກງານການຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19. ເຊິ່ງພະແນກ ຖວທ ແມ່ນໄດ້ເຮັດໜ້າທີ່ໃນການໂຄສະນາບັນດາມາດຕະການ, ຄຳາສັ່ງຕ່າງໆທີ່ຂັ້ນເທິງວາງອອກ ຜ່ານທາງສື່ໂທລະພາບ, ໜັງສືພິມ, ສື່ວິທະຍຸຂອງແຂວງ,ຂອງເມືອງ ແລະ ຜ່ານລະບົບໂທລະໂຄ່ງຂັ້ນບ້ານ, ໄດ້ມີການເຄື່ອນໄຫວຕິດຕາມການນຳາຂອງແຂວງ,ຂອງເມືອງ ທີ່ລົງຊຸກຍູ້ບັນດາເມືອງ, ບ້ານ ຕໍ່ວຽກງານການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເປັນປົກກະຕິ, ໄດ້ຜະລິດສະປັອດໂຄສະນາ ເພື່ອໂຄສະນາເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງພະຍາດ ໂຄວິດ-19 ພ້ອມທັງຖືເອົາວຽກງານດັ່ງກ່າວແຊກຊ້ອນເຂົ້າໃນແຕ່ລະລາຍການຂອງສະຖານີວິທະຍຸຂອງແຂວງ ເພື່ອໂຄສະນາໃຫ້ພໍ່ແມ່ປະຊານຊົນໄດ້ຮັບຮູ້ຢ່າງກວ້າງຂວາງ ແນໃສ່ເຮັດໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ. ທ່ານຮອງເຈົ້າແຂວງຄຳາມ່ວນ ໄດ້ເນັ້ນໃຫ້ຄະນະນຳາຂົງເຂດ ຖວທ ຈົ່ງໄດ້ປັບປຸງທາງດ້ານແບບແຜນວິທີການເຮັດວຽກໃຫ້ມີຄວາມໜັກແໜ້ນ, ຖືກຕ້ອງ ແລະສອດຄ່ອງ ເຊິ່ງແມ່ນບັນຫາທີ່ສຳຄັນໃນການຕັດສິນບັນດາໜ້າວຽກຕ່າງໃຫ້ບັນລຸຕາມຄາດໝາຍ, ສືບຕໍ່ປັບປຸງດ້ານບຸກຄະລາກອນ, ມີການຊັບຊ້ອນ, ຈັດວາງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດເຂົ້າໃນແຕ່ລະວຽກງານຢ່າງເໝາະສົມ, ສືບຕໍ່ປັບປຸງເນື້ອໃນຂ່າວໃຫ້ມີຄວາມສົມບູນ, ຖືກຕ້ອງ, ຊັດເຈນແລະ ວ່ອງໄວ ທັນກັບສະພາບການຕົວຈິງ, ເອົາໃຈໃສ່ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ລະຫວ່າງຂັ້ນແຂວງກັບຂັ້ນສູນກາງ ແລະ ຂັ້ນແຂວງກັບຂັ້ນເມືອງ ເພື່ອເຮັດໃຫ້ຂ່າວຄ່າວຂອງແຂວງໄດ້ຮັບການເຜີຍແຜ່ຢ່າງປົກກະຕິ ແລະ ຕໍ່ເນື່ອງ. ຂ່າວ: ກອງຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ