ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນ ແຂວງຜົ້ງສາລີ ປິດຊຸດອົບຮົມຫັດແອບໃຫ້ທະຫານໃໝ່ຊຸດທີ XIV
ເວລາອອກຂ່າວ: 2021-05-11 11:31:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ໃນວັນທີ 6 ພຶດສະພາ 2021 ທີ່ຜ່ານມານີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງຜົ້ງສາລີ ໄດ້ປິດຊຸດອົບຮົມຫັດແອບ ການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ ໃຫ້ທະຫານໃໝ່ຊຸດທີ່ XIV ປະຈໍາປີ 2020 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນເຮືອງ ຈັນທະວົງ ຮອງເລຂາຄະນະປະຈໍາພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະອໍານວຍການໂຮງຮຽນ, ຄູອາຈານ ແລະ ທະຫານໃໝ່ເຂົ້າ ສະຫາຍ ພັນໂທ ວຽງຄໍາ ມົນທະມິດ ຫົວໜ້າການທະຫານໂຮງຮຽນ ໄດ້ຜ່ານບົດສະຫຼຸບການອົບຮົມຫັດແອບຕະຫຼອດໄລຍະ 90 ວັນທີ່ຜ່ານມາໃຫ້ຮູ້ວ່າ: ໄລຍະການອົບຮົມຫັດແອບແມ່ນມີຄວາມສະຫງົບປອດໄພ 100% , ຄູອາຈານ, ນັກຮຽນ ແລະ ພໍ່ແມ່ປະຊາຊົນ ໃນຂອບເຂດກົມກອງຕັ້ງທັບແມ່ນມີຄວາມສາມັກຄີຮັກແພງກັນດີ, ຜົນໄດ້ຮັບແຕ່ລະພາກການສອນການຮຽນມີດັ່ງນີ້: ພາການເມືອງ 99,94 %, ພາກລະບຽບງົດງາມ 98,59 %, ພາກກີລາການທະຫານ 99,48 %, ພາກສິລະປະຍຸດ 97,37 %, ພາກຍຸດທະວິທີ 96,30 % ແລະ ພາກພະລາທິການ-ເຕັກນິກ 98,60%. ໃນນີ້, ມີຄູອາຈາສອນດີສອນເກັ່ງ ແລະ ນັກຮຽນຮຽນດີຮຽນເກັ່ງ ໄດ້ຮັບໃບຍ້ອງຍໍປະເພດທີ I ຈໍານວນ 99 ສະຫາຍ, ປະພດທີ II ຈໍານວນ 55 ສະຫາຍ, ປະດັບຊັ້ນໜຶ່ງໃຫ້ນັກຮຽນທະຫານໃໝ່ 99 ສະຫາຍ, ວຽກງານເພີ່ມພູນຜະລິດຜົນສ້າງພະລາທິການກັບທີ່ ປູກພືດລົ້ມລຸກຊະນິດຕ່າງໆໄດ້ 2.970 ກິໂລກຣາມ, ຄິດໄລເປັນມູນຄ່າ 14 ລ້ານກວ່າກີບ. ສະຫາຍ ພັນເອກ ບຸນເຮືອງ ຈັນທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ສາມາດອົບຮົມຫັດແອບໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ມີຄວາມຮັບປະກັນຄວາມສະຫງົບປອດໄພ 100% ແລະ ໄດ້ຮຽກຮ້ອງໃຫ້ນັກຮຽນທະຫານໃໝ່ຈົ່ງນໍາເອົາບົດຮຽນດັ່ງກ່າວໄປນໍາໃຊ້ຢູ່ກົມກອງກອງທີ່ຕົນຖືກສັບຊ້ອນໃຫ້ໄດ້ຮັບໝາກຜົນຕົວຈິງໃຫ້ສູງທີ່ສຸດ, ດຸໝັ່ນຄົ້ນຄວ້າຮໍ່າຮຽນພາກທິດສະດີ ແລະ ພຶດຕິກໍາຕົວຈິງສ້າງຕົນເອງໃຫ້ການເປັນພະນັກງານ-ນັກຮົບທີ່ດີເດັ່ນຂອງກົມກອງກໍຄືຂອງກອງທັບ, ເອົາໃຈໃສ່ປະຕິບັດຂໍ້ກໍານົດກົດລະບຽບ 7 ລະບອບ 18 ວຽກ , ຄໍາປະຍານ 8 ຂໍ້ ແລະ 12 ຂໍ້ຕໍ່ປະຊາຊົນຢ່າງເຂັ້ມງວດ, ມີຄວາມສາມັກຄີກັບໝູ່ເພື່ອດ້ວຍກັນ ແລະ ກັບພໍ່ແມ່ປະຊາຊົນທີ່ກົມກອງຕັ້ງທັບຢູ່ ສາມາດຈັດຕັ້ງປະຕິບັດໜ້າທີ່ວຽກງານຢູ່ກົມກອງໃຫ້ໄດ້ຮັບຜົນສໍາເລັດ. ຂ່າວ,ພາບ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ