ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍກອງພັນໃຫ່ຍ 497 ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ
ເວລາອອກຂ່າວ: 2021-05-08 14:06:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ໂຮງໝໍກອງພັນໃຫ່ຍ 497 ພະນັກງານແພດໝໍທຸກສະຫາຍໄດ້ເພີ່ມທະວີເປັນເຈົ້າການ ໃນການປະຕິບັດມາດຕະການຕ່າງໆ ໃນການປ້ອງກັນພະຍາດໂຄວິດ-19 ກໍຄືການກວດ ແລະ ປິ່ນປົວພະນັກງານ-ນັກຮົບ ກໍຄືພໍ່ແມ່ປະຊາຊົນໃຫ້ວ່ອງໄວ ແລະ ດີທີ່ສຸດ. ສະຫາຍ ພັນໂທ ວັນທາ ວົງກັນຍາ ຫົວໜ້າການເມືອງ ໂຮງໝໍກອງພັນພັນໃຫ່ຍ 497 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາໂຮງໝໍກອງພັນໃຫ່ຍ 497 ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການກວດ ແລະ ປິ່ນປົວພະຍາດໃຫ້ພະນັກງານ-ນັກຮົບ ກໍຄືພໍ່ແມ່ປະຊາຊົນທີ່ມາໃຊ້ບໍລິການ ໂດຍສະເພາະໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ພວກເຮົາໄດ້ເຂັ້ມງວດ ໃນການເຂົ້າມາກວດ ແລະ ປິ່ນປົວພະຍາດຢູ່ໂຮງໝໍ ໂດຍໄດ້ຈັດຕັ້ງໜ່ວຍງານສະເພາະເຜີຍແຜ່ການປ້ອງກັນພະຍາດໂຄວິດ-19 ແລະ ປະຕິບັດມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ ທັງນີ້ ກໍເພື່ອ ສະກັດກັ້ນ ແລະ ຄວບຄຸມ ພະຍາດຮ້າຍແຮງດັ່ງກ່າວ ໃຫ້ໜົດໄປຈາກປະເທດຂອງພວກເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ