ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທຸກພາກສ່ວນຕ້ອງເປັນເຈົ້າການໃນການປ້ອງກັນພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-08 13:56:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:



ດ່ານກວດຄົນເຂົ້າ-ອອກລະຫ່ວາງເມືອງໄຊທານີ ແລະເມືອງທຸລະຄົມ ເຂົ້າສູ່ນະຄອນຫຼວງວຽງຈັນ ທຸກພາກສ່ວນໄດ້ເປັນເຈົ້າການປະຕິບັດຕາມມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກ ເວົ້າລວມເວົ້າສະເພາະຢູ່ດ່ານກວດຄົນເຂົ້າ-ອອກເມືອງໄຊທານີ ແລະ ເມືອງທຸລະຄົມເຂົ້າສູ່ນະຄອນຫຼວງວຽງຈັນແມ່ນມີຄວາມເຂັ້ມງວດ. ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກໃນການສະກັດກັ້ນ ແລະ ຕອບຕ້ານກັບພະຍາດໂຄວິດ-19 ຢູ່ດ່ານດັ່ງກ່າວໄດ້ຈັດຕັ້ງຫຼາຍພາກສ່ວນໃນການກວດຄົນເຂົ້າ-ອອກເມືອງ ເຊິ່ງໃນໄລຍະຜ່ານມາການຈັດຕັ້ງປະຕິບັດແມ່ນມີຄວາມສະຫງົບໂດຍພື້ນຖານ ການສັນຈອນໄປມາແມ່ນມີຄວາມເປັນລະບຽບຮຽບຮ້ອຍ ສາມາດຮັບປະກັນໄດ້ຕາມມາດຕະການປ້ອງກັນພະຍາດໂຄວິດ-19. ແຕ່ເຖີງຢ່າງໃດກໍ່ຕາມ ແຕ່ກໍຍັງມີສະພາບຄວາມຫຍຸ້ງຍາກກ່ຽວກັບຄວາມເຂົ້າໃຈຕໍ່ມາດຕະການຂອງຂັ້ນເທິງວາງອອກໃຫ້ເຂັ້ມງວດ ການເຂົ້າ-ອອກເມືອງ ຕ້ອງໄດ້ຮັບອະນຸຍາດຈາກທາງການ ກໍ່ຄືໜ່ວຍງານສະເພາະກິດ ແລະ ຍັງມີກໍລະນີພະນັກງານລັດຈໍານວນໜຶ່ງສວຍໃຊ້ໂອກາດເຂົ້າ-ອອກເມືອງ ທີ່ບໍ່ໄດ້ຮັບອະນຸຍາດ ແຕ່ພວກເຮົາກໍໃຊ້ມາດຕະການຢ່າງເດັດຂາດຫ້າມເຂົ້າ-ອອກເມືອງ ຖ້າບໍ່ໄດຮັບອະນຸຍາດ ແລະ ສະກັດກັ້ນໄດ້ຈໍານວນໜຶ່ງ. ສະນັ້ນ, ຄະນະຮັບຜິດຊອບດ່ານດັ່ງກ່າວ ຈຶ່ງຮຽກຮ້ອງມາຍັງພະນັກງານລັດທຸກພາກສ່ວນ ແລະ ຫົວໜ່ວຍທຸລະກິດຕະຫຼອດຮອດເຖິງພໍ່ແມ່ປະຊາຊົນ ຕ້ອງເປັນເຈົ້າການນຳກັນ ເພຶ່ອພ້ອມກັນປະຕິບັດມາດຕະການຕ່າງໆທີ່ຂັ້ນເທິງວາງອອກ ແນໃສ່ເຮັດໃຫ້ການສະກັດກັ້ນ ແລະ ຕອບຕ້ານພະຍາດໂຄວິດ- 19 ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໃຫ້ໝົດໄປຈາກປະເທດຂອງພວກເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ