ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວເຫວີຍ ກັບການປະກອບສ່ວນ ດ້ານເອເລັກໂທຣນິກ ໃຫ້ແກ່ ຫສນຍ
ເວລາອອກຂ່າວ: 2021-05-08 09:49:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ໃນວັນທີ 7 ພຶດສະພາ 2021 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ບໍລິສັດ ຫົວເຫວີຍ ເຕັກໂນໂລຢີ (ລາວ) ຈໍາກັດຜູ້ດຽວ ໄດ້ສະໜັບສະໜູນອຸປະກອນສໍານັກງານເເລັກໂທຣນິກ ມູນຄ່າ 350.000.000 ກີບ ໃຫ້ແກ່ລັດຖະບານ. ຊຶ່ງຕາງໜ້າມອບໂດຍ ທ່ານ ຫູ ເຫວີຍຫົວ, ປະທານບໍລິສັດ ຫົວເຫວີຍ ປະຈຳລາວ. ໃນໂອກາດດັ່ງກ່າວ, ຂຶ້ນຮັບໂດຍ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ມີທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ເຂົ້າຮ່ວມເປັນສັກຂີພະຍານ ໃນການປະກອບສ່ວນຄັ້ງນີ້. ທ່ານ ກິແກ້ວ ໄຂຄໍາພິທູນ ແລະ ທ່ານ ຄຳເຈນ ວົງໂພສີ ໄດ້ກ່າວຍ້ອງຍໍ ແລະ ຊົມເຊີຍ ບໍລິສັດ ຫົວເຫວີຍ ລາວ ທີ່ໄດ້ພະຍາຍາມຢ່າງຕໍ່ເນື່ອງ ໃນການຊ່ວຍເຫຼືອສັງຄົມ ເພື່ອຕໍ່ສູ້ກັບໂລກລະບາດ ໃນໄລຍະຜ່ານມາ ກໍ່ຄືປະຈຸບັນ, ຊຶ່ງການປະກອບສ່ວນດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຂອງ ຫົວເຫວີຍ ຕໍ່ຄວາມກ້າວໜ້າ ທາງດ້ານເຕັກໂນໂລຢີ, ຄຸນຄ່າທາງສັງຄົມ ແລະ ການພັດທະນາດິຈີຕອນລາວ. ໃນຂະນະດຽວກັນ, ທ່ານ ຄໍາເຈນ ວົງໂພສີ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ໄດ້ຕີລາຄາສູງ ຕໍ່ຜົນງານຂອງ ບໍລິສັດ ຫົວເຫວີຍ ບໍ່ວ່າຈະເປັນທາງດ້ານເຕັກໂນໂລຢີ ກໍ່ຄືການປະກອບສ່ວນຊ່ວຍສັງຄົມ ໂດຍກ່າວວ່າ: ການປະກອບສ່ວນທາງດ້ານອຸປະກອນເຕັກໂນໂລຢີ ຄັ້ງນີ້ ຈະຊ່ວຍຍົກສູງປະສິດທິພາບ ແລະ ປະສິດທິຜົນ ໃນການເຮັດວຽກຂອງສຳນັກງານນາຍົກລັດຖະມົນຕີ ໃຫ້ມີບົດບາດ ແລະ ກ້າວເຂົ້າສູລະບົບທີ່ທັນສະໄໝ ໃນວຽກງານຕົວຈິງ ກວ່າເກົ່າ ແລະ ຫວັງວ່າ ຫົວເຫວີຍ ຍັງຈະສືບຕໍ່ສ້າງຜົນງານທີ່ດີເດັ່ນແບບນີ້ຕໍ່ໆໄປ. ທ່ານ ຫູ ເຫວີຍຫົວ, ປະທານ ບໍລິສັດ ຫົວເຫວີຍ ປະຈໍາລາວ ໄດ້ສະແດງຄວາມຂອບໃຈ ທີ່ລັດຖະບານ ໄດ້ໃຫ້ການສະໜັບສະໜູນວຽກງານຂອງ ບໍລິສັດ ຫົວເຫວີຍ ດ້ວຍດີຕະຫຼອດມາ, ໃນນາມ ບໍລິສັດ ຜູ້ນໍາດ້ານການບໍລິການແກ້ໄຂບັນຫາດ້ານໄອຊີທີ, ໃນປີຜ່ານມາ ບໍລິສັດ ຫົວເຫວີຍລາວ ໄດ້ສ້າງຜະລິດຕະພັນ, ໃຫ້ບໍລິການ ແລະ ແກ້ໄຂບັນຫາໃຫ້ແກ່ລູກຄ້າ ໃນຂະແໜງອຸດສາຫະກໍາ ຈຳນວນຫຼວງຫຼາຍແລະ ຍັງໄດ້ມີການຮ່ວມມືກັບຫຼາຍພາກສ່ວນ ທັງກະຊວງ-ອົງກອນລັດຖະບານ ແລະ ອື່ນໆ. ທ່ານ ຫູ ເຫວີຍຫົວ ໃຫ້ຮູ້ຕື່ມອີກວ່າ: ອຸປະກອບສໍານັກງານອີເລັກໂທຣນິກ ທີ່ປະກອບສ່ວນໃນຄັ້ງນີ້ ແມ່ນຈະສາມາດຍົກສູງລະບົບການເຮັດວຽກຫ້ອງການ ໃຫ້ມີຄວາມທັນສະໄໝ ແລະ ມີປະສິດທິຜົນ, ອຸປະກອນເຫຼົ່ານີ້ ສາມາດນຳໃຊ້ໃນການຈັດກອງປະຊຸມທາງໄກ ກັບບັນດາປະເທດ, ບັນດາສຳນັກງານ ທັງສູນກາງ ແລະ ທ້ອງຖິ່ນ ທີ່ຢູ່ຫ່າງໄກ, ຊຶ່ງເພີ່ມຄວາມສະດວກສະບາຍ ໃນການສື່ສານ ທັງພາຍໃນ ແລະ ພາຍນອກ, ເໝາະສົມແກ່ການນໍາໃຊ້ ໃນໄລຍະ ທີ່ເກີດການແຜ່ລະບາດຂອງພະຍາດ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ