ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍສະເພາະກິດຕ້ານ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຂວງຈຳປາສັກ ລົງກວດກາການກະກຽມຄວາມພ້ອມ ຫ້ອງຜ່າຕັດຢູ່ໂຮງໝໍກອງພົນທີ 5
ເວລາອອກຂ່າວ: 2021-05-08 09:43:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ:



ໃນວັນທີ 4 ພືດສະພາ 2021 ຜ່ານມານີ້ ສະຫາຍ ດຣ. ບຸນກອງ ສີຫາວົງ ອາດີດລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍໜ່ວຍສະເພາະກິດຕ້ານ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂັ້ນແຂວງ ໄດ້ລົງມາກວດກາຄວາມພ້ອມກ່ຽວກັບສະຖານທີ່ ຫ້ອງກັກກັນ ແລະ ຫ້ອງຜ່າຕັດ ຢູ່ໂຮງໝໍ ກອງພົນທີ 5 ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ຄຳໄມ ບົວໃບອ່ອນ ອຳນວຍການໂຮງໝໍກອງພົນທີ 5 ພ້ອມດ້ວຍພະນັກງານແພດໝໍ ໃຫ້ການຕ້ອນຮັບ. ໃນການລົງມາກວດກາຄັ້ງນີ້ ສະຫາຍ ດຣ. ບຸນກອງ ສີຫາວົງ ໄດ້ຊີ້ໃຫ້ເຫັນເຖີງຜົນຮ້າຍ ແລະ ໄພອັນຕະລາຍກ່ຽວກັບພະຍາດໂຄວິດ-19 ທີ່ມີການແຜ່ລະບາດຢ່າງຮຸນແຮງຢູ່ຫຼາຍປະເທດໃນໂລກ ເຊີ່ງມັນໄດ້ສ້າງຄວາມເສຍຫາຍ ຢ່າງໜັກໜວ່ງໃຫ້ແກ່ຫຼາຍປະເທດໃນໂລກ ທີ່ມີການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ປະເທດເຮົາກໍ່ມີການແຜ່ລະບາດຢ່າງຕໍ່ເນື່ອງ. ດັ່ງນັ້ນເພື່ອຮັບປະກັນໃຫ້ແກ່ຜູ້ທີ່ມີຄວາມສ່ຽງຕີດເຊື້ອພະຍາດ ໃນກໍລະນີບາດເຈັບ, ເກີດອຸບັດຕິເຫດ, ຖືພາ ແລະ ກໍ່ລະນີມີເຫດສຸກເສີນອື່ນໆ ທີ່ຈະຕ້ອງຜ່າຕັດຢ່າງຮີບດ່ວນ ແລະ ທັນເວລາ. ດັ່ງນັ້ນໜວຍ່ສະເພາະກິດຂັ້ນແຂວງ ຈີ່ງກຳນົດເອົາໂຮງໝໍກອງພົນທີ 5 ເປັນບ່ອນຮັບຮອງກະກຽມ ຄວາມພ້ອມກ່ຽວກັບຜູ້ຕິດເຊື້ອທີ່ມີກໍລະນີດັ່ງກ່າວ.ໃນການລົງມາກວດກາຄວາມພ້ອມຄັ້ງນີ້ ສະຫາຍໄດ້ນຳເອົາແອ ຈຳນວນ 4 ໜ່ວຍພ້ອມເຄື່ອງອຸປະກອນການແພດ ເຊັ່ນ:ເຄື່ອງນຸ່ງ PPE ແລະ ເຄື່ອງອະເຊື້ອ-ປາບເຊື້ອ ຈຳນວນໜື່ງ ມາມອບໃຫ້ໂຮງໝໍກອງພົນທີ 5 ເພື່ອໃຊ້ເຂົ້າວຽກງານດັ່ງກ່າວ ກ່າວຮັບໂດຍ ສະຫາຍ ພັນໂທ ຄຳໄມ ບົວໃບອ່ອນ ອຳນວຍການໂຮງໝໍກອງພົນທີ 5 ໂອກາດດັ່ງກ່າວ ສະຫາຍອຳນວຍການກໍ່ໄດ້ ສະແດງຄວາມ ຂອບໃຈ ຕໍ່ການນຳພັກ-ລັດ ກໍ່ຄືໜ່ວຍສະເພາະກິດຂັ້ນແຂວງທີ່ເຊື່ອໜັັ້ນໄວວາງໃຈ ມອບໜາຍໜ້າທີ່ ອັນມີກຽດໃຫ້ແກ່ໂຮງໝໍກອງພົນທີ 5 ພວກເຮົາ ດັ່ງນັ້ນຄະນະພັກ-ຄະນະບັນຊາ ພະນັກງານ,ແພດໝໍ ໃນທົ່ວໂຮງໝໍກອງພົນທີ 5 ຂໍປະຕິຍານວ່າ: ຈະຕັ້ງໜ້າສຸມສະຕິປັນຍາ ເຫື່ອແຮງ ປະຕິບັດໜ້າທີ່ ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ເອົາໃຈໃສ່ສຶກສາອົບຮົມແພດ-ໝໍ ໃຫ້ເຂົ້າໃຈແຈ້ງຕໍ່ໜ້າທີ່ວຽກງານວິຊາສະເພະຂອງຕົນ ແລະ ພ້ອມແລ້ວທີ່ປະກອບສ່ວນຮັບໃຊ້ຊາດ ຮັບໃຊ້ປະຊາຊົນດ້ວຍຄວາມເຕັມໃຈ. ຈາກນັ້ນສະຫາຍອຳນວຍການກໍ່ໄດ້ນຳພາຄະນະ ລົງກວດກາສະຖານທີ່ໆໄດ້ກຳນົດໄວ້. ຂ່າວ:ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ