ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສອງກອງບັນຊາການ ປກຊ-ປກສ ແຂວງບໍ່ແກ້ວ ຈັດກອງປະຊຸມປຶກສາຫາລືແຜນວຽກຈຸດສຸມ ຕອບຕ້ານພະຍາດໂຄວິດ-19 ຢູ່ ເຂດເສດຖະກິດພິເສດສາມຫຼຽມຄໍາ
ເວລາອອກຂ່າວ: 2021-05-08 09:40:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ໃນວັນທີ 7 ພຶດສະພາ 2021ນີ້, ສອງກອງບັນຊາການ ປກຊ-ປກສ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ເພື່ອປ້ອງກັນ, ຕ້ານ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ເຂດເສດຖະກິດພິເສດສາມຫຼຽມຄຳຂື້ນ ຢູ່ທີ່ກອງຮ້ອຍ 13 ປ້ອງກັນອາກາດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນເອກ ກາຍຍະສອນ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ມີ ປກຊ-ປກສ ເມືອງຕົ້ນເຜິ້ງ, ຄະນະສະເພາະກິດເມືອງ, ປກຊ-ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ສະພາເຂດ, ສປພເຂດ, ກອງພັນ 405, ກອງພັນ 419, ກອງຮ້ອຍທະຫານຊາຍແດນ 122-123, ກ້ອງຮ້ອຍ 13 ຕະຫຼອດຮອດ ພະແນກການກ່ຽວຂ້ອງເຂົ້າຮ່ວມເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ການຈັດຕັ້ງຜັນຂະຫຍາຍບັນດານິຕິກຳ ມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ເວົ້າລວມ ເວົ້າສະເພາະແມ່ນບັນດາມະຕິຄຳສັ່ງຂອງແຂວງວາງອອກ ເຊິ່ງເນື້ອໃນກອງປະຊຸມຍັງໄດ້ຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ, ລວມທັງການກຳນົດທິດທາງແຜນການ ກໍ່ຄືມາດຕະການຕ່າງໆໃນຕໍ່ໜ້າ ເພື່ອຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມສອງກອງບັນນຊາການ ເພື່ອກຽມພ້ອມຮັບມືຮອບດ້ານທີ່ອາດຈະເກີດຂື້ນ. ຫຼັງຈາກນັ້ນ, ບັນດາຜູ້ແທນກອງປະຊຸມກໍ່ໄດ້ປະກອບຄຳຄິດເຫັນຕໍ່ເນື້ອໃນການລາຍງານດັ່ງກ່າວ ໂດຍສະເພາະຕໍ່ວຽກຈຸດສຸມໃນຕໍ່ໜ້າ ແລະ ວຽກງານທີ່ກ່ຽວຂ້ອງກັບເຈົ້າໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ. ໃນຕອນທ້າຍ ທ່ານປະທານກອງປະຊຸມໄດ້ມີທິດຊີ້ນຳສອງກຳລັງ ປກຊ-ປກສ ຕະຫຼອດຮອດເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຮີບຮ້ອນ ນໍາເອົາແຜນຈຸດສຸມໃນມື້ນີ້ ຜັນຂະຫຍາຍເປັນແຜນວຽກປະຈຳວັນ ແລະ ແບ່ງຄວາມຮັບຜິດຊອບລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນ, ໃຫ້ມີການປະສານສົມທົບກັນຢ່າງກົມກຽວທັງພາຍໃນ ແລະ ຕ່າງປະເທດຮອບດ້ານ, ຈັດຕັ້ງລະບົບປະຈຳລາຍງານສະພາບການໃຫ້ຂັ້ນເທິງເປັນປົກກະຕິ, ເຄືອນໄຫວລາດຕະເວນ ທາງບົກ ທາງນໍ້າ ປະຈຳການຕະຫຼອດ 24 ໂມງ, ໂຄສະນາເຜີຍແຜ່ຜົນຮ້າຍຂອງພະຍາດລະບາດໂຄວິດ-19 ໃຫ້ອົງການແຕ່ລະຂັ້ນ ອຳນາດການປົກຄອງ ພໍ່ແມ່ປະຊາຊົນບັນດາເຜົ່າ ຈົນໄປຮອດຊາວຕ່າງຊາດທີ່ອາໄສໃນເຂດດັ່ງກ່າວ ໃຫ້ເຂົ້າໃຈແຈ້ງ, ຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນຕໍ່ບັ້ນຮົບໃນຄັ້ງນີ້ໃຫ້ໄດ້ຮັບຜົນສູງສຸດ. ໂດຍ: ວໍລະສິດ ພິດສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ