ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດ ດາວເຮືອງ ສົ່ງ -​ ມອບ ເຄື່ອງກີລາ ໃຫ້ທະຫານແຂວງ ສາລະວັນ
ເວລາອອກຂ່າວ: 2018-12-28 09:28:26 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 10333 | ຄວາມນິຍົມ:



ໃນວັນທີ 23 ທັນວາ 2018 ນີ້, ບໍລິສັດດາວເຮືອງສົ່ງ ຈໍາກັດ ໄດ້ນໍາເອົາເຄື່ອງກີລາ ຈໍານວນ 130 ຊຸດ, ລວມມູນຄ່າ 6.000.000 ກີບ ໄປມອບໃຫ້ຄະ ນະກອງບັນຊາການທະຫານ ແຂວງສາລະວັນ ເພື່ອເປັນການ ຊຸກຍູ້ຂະບວນການກີລາຂອງກົມ ກອງໃຫ້ມີຂະບວນການຟົດຟື້ນ ແລະ ມ່ວນຊື່ນ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ. ໂດຍການກ່າວມອບຂອງ ທ່ານ ວົງສິນ ສີໄຊຍາ ຫົວໜ້າບໍລິສັດ ດາວເຮືອງສົ່ງ ຈຳກັດ ແລະ ກ່າວ ຮັບໂດຍແມ່ນ ພັນໂທ ຈັນທະວົງ ໄຊສົງຄາມ ຮອງຫົວໜ້າຫ້ອງ ການເມືອງ ກອງບັນຊາການທະ ຫານແຂວງສາລະວັນ ພ້ອມທັງ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ບໍລິສັດດາວເຮືອງສົ່ງ ທີ່ເຫັນໄດ້ຄວາມໝາຍຄວາມສຳ ຄັນຂອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ, ພ້ອມ ທັງໃຫ້ຄຳໝັ້ນສັນຍາວ່າ: ຈະເອົາ ເຄື່ອງກີລາດັ່ງນີ້ໄປໝູນໃຊ້ໃນ ການສ້າງຂະບວນການຕ່າງໆຢູ່ ກົມກອງຂອງຕົນໃຫ້ມີບັນຍາ ກາດ ແລະ ຟົດຟື້ນ. ຂ່າວຍັງແຈ້ງໃຫ້ຕື່ມອີກວ່າ: ຫວ່າງບໍ່ດົນມານີ້, ອົງການກາ ແດງແຂວງສາລະວັນ ໄດ້ນຳເອົາ ເຄື່ອງອຸປະໂພກ-ບໍລິໂພກໄປ ມອບໃຫ້ກອງຮ້ອຍຊາຍແດນ 512 ແລະ ກອງຮ້ອຍຊາຍ ແດນ 513 ທະຫານແຂວງສາ ລະວັນ. ເຄື່ອງທີ່ນຳໄປມອບໃນຄັ້ງນີ້ລວມມີເຂົ້າສານໜຽວ 300 ກິໂລ, ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນ 100 ຖົງ, ລວມມູນຄ່າ 20.700.000 ກີບ. ໂດຍການ ກ່າວມອບຂອງ ທ່ານ ດຣ ອິນປົງ ຈັນທະມາດ ຫົວໜ້າອົງການ ກາແດງແຂວງ ສາລະວັນ ພ້ອມ ດ້ວຍຄະນະ ແລະ ກ່າວຮັບໂດຍ ພັນຕີ ວັນດີ ຫຼວງແສງ ຫົວໜ້າ ການທະຫານກອງຮ້ອຍຊາຍ ແດນ 512 ພ້ອມຄະນະ. ຂ່າວ-ພາບ: ບຸນນ້ອຍ ສີລາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ