ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງເຕັກໂນໂລຊີ, ການສື່ສານ ແລະ ຢູນີເທວ ມອບເງິນ 5 ຕື້ກີບ ໃຫ້ລັດຖະບານ
ເວລາອອກຂ່າວ: 2021-05-07 11:06:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ:



ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃນການຄວບຄຸມ ແລະ ປ້ອງກັນພະຍາດ Covid-19, ໃນຕອນເຊົ້າຂອງວັນທີ 5 ພຶດສະພາ 2021, ບໍລິສັດສະຕາໂທລະຄົມ ຈໍາກັດ (UNITEL) ມອບເງິນສົດ ມູນຄ່າ 1,500,000,000 ກີບ, ມອບດາຕ້າ( DATA) ມູນຄ່າໂທ ລວມ 1,350,000,000 ກີບ ແລະ ລະບົບການຄຸ້ມຄອງຂໍ້ມູນການສັກຢາວັກຊີນ ລວມມູນຄ່າທັງໝົດ 5 ຕື້ກີບ, ໂດຍການເຂົ້າຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີ ທ່ານ ລີວ ເມັ້ງ ຮ່າ ຜູ້ອໍານວຍການໃຫ່ຍ ບໍລິສັດສະຕາໂທລະຄົມ ຈໍາກັດ ພ້ອມຄະນະອໍານວຍການຂອງບໍລິສັດເຂົ້າຮ່ວມ. ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ຮູ້ວ່າ: ເພື່ອເປັນການສະໜັບສະໜູນ ແລະ ຊຸກຍູ້ໃນການເຄື່ອນໄຫວວຽກງານການຄວບຄຸມ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19, ລະບົບການຄຸ້ມຄອງຂໍ້ມູນສັກຢາວັກຊີນ ແລະ ໜັງສືຜ່ານແດນວັກຊີນ ທີ່ມອບໃຫ້ນໍາໃຊ້ໃນຄັ້ງນີ້ ເປັນລະບົບຄຸ້ມຄອງຂໍ້ມູນຂ່າວສານກ່ຽວກັບການສັກຢາພູມຕ້ານທານແຫ່ງຊາດ ລວມມູນຄ່າ 2 ຕື້ກີບ. ເຊິ່ງສາມາດຕິດຕາມຂໍ້ມູນຂອງປະຊາຊົນ ກໍລະນີບຸກຄົນໃດທີ່ໄດ້ຮັບການສັກວັກຊີນຕ້ານພະຍາດໂຄວິດ-19 ເຊັ່ນ: ສາມາດກວດເບິ່ງຂໍ້ມູນປະຫວັດວັນທີທີ່ໄດ້ສັກຢາ ກ່ຽວກັບຂໍ້ມູນສ່ວນຕົວອື່ນໆ. ເພື່ອນໍາໃຊ້ຕິດຕາມເປົ້າໝາຍທີ່ຕ້ອງການຄຸ້ມຄອງ ໂດຍຜ່ານລະບົບ cloud computing, ຮັກສາໄດ້ຂໍ້ມູນລັບ ແລະ ຄວາມປອດໄພ, ສາມາດເກັບກໍາເວລາຕ່າງໆຖືກຕ້ອງຊັດເຈນປະຊາຊົນເອງກໍ່ຈະຮັບຮູ້ປະຫວັດຂໍ້ມູນຂອງຕົນເອງ ພາຍຫຼັງສັກຢາແລ້ວ ລະບົບຍັງສາມາດອອກໃບຢັ້ງຢືນການສັກຢາ ແລະ ສາມາດຊອກຫາຂໍ້ມູນດ້ວຍລະບົບ QR-Code ໃນການສະແກນເບິ່ງຂໍ້ມູນຢ້ອນຫຼັງ ແລະ ຂໍ້ມູນການຄຸ້ມຄອງອື່ນໆ. ໂດຍສະເພາະ ທາງກະຊວງເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານ ຈະຮ່ວມມືກັບກະຊວງສາທາລະນະສຸກ ເພື່ອຈັດຕັ້ງການປະຕິບັດ ແລະ ຜັນຂະຫຍາຍການນຳໃຊ້ລະບົບນີ້. ທ່ານລັດຖະ ມົນຕີຍັງໃຫ້ຮູ້ຕື່ມວ່າ: ກະຊວງເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານຍັງຈະປະ ສານສົມທົບກັບກະຊວງສາທາລະນະສຸກໃນການຂະຫຍາຍ ລະບົບເຕັກໂນໂລຢີຂໍ້ມູນຂ່າວສານໃນໄລຍະຕໍ່ໄປເຊັ່ນ: ລະບົບແຈ້ງການດ້ານສຸຂະພາບຕື່ມອີກ. ໂອກາດນີ້ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າສະເພາະກິດຄວບຄຸມ, ສະກັດກັ້ນຕ້ານ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ກໍໄດ້ສະແດງຄວາມຂອບໃຈຕໍ່ນໍ້າໃຈຈາກທຸກພາກສ່ວນທີ່ເຫັນໄດ້ເຖິງຄວາມຈໍາເປັນໃນການຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ແລະ ໃຫ້ການຊ່ວຍເຫຼືອລັດຖະບານໃນວຽກງານສະກັດກັ້ນແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ເຊິ່ງຖືໄດ້ວ່າເປັນການປະກອບສ່ວນທີ່ສໍາຄັນໃນການສະໜັບສະໜູນແຜນປະຕິບັດງານຂອງຄະນະສະເພາະກິດ ເພື່ອຄວບຄຸມ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ຍັງຄົງຕ້ອງການຄວາມຊ່ວຍເຫຼືອຈາກທຸກຄົນ, ທຸກພາກສ່ວນເພື່ອສ້າງຄວາມເຂັ້ມແຂງໃນການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້ຮັບໝາກຜົນຢ່າງມີປະສິທິພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ