ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫະພັນແມ່ຍິງທະຫານແຂວງ ມອບເຄື່ອງຊຸກຍູ້ ໃຫ້ໂຮງໝໍທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2021-05-07 09:47:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ໃນວັນທີ 06 ພຶດສະພາ 2021 ນີ້, ສະຫາຍ ພັນຕີ ນາງ ສີພົມ ພົມລິນທອງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ນໍາເອົາອາຫານແຫ້ງ ສໍາເລັດຮູບ ແລະ ນໍ້າດື່ມ ມູນຄ່າ 550.000 ກີບ ມາມອບໃຫ້ໂຮງໝໍທະຫານແຂວງບໍ່ແກ້ວ. ເປັນກຽດກ່າວຮັບໂດຍສະຫາຍ ນາງ ບົວວອນ ຄອນສະຫວັນ ຮອງຜູ້ອໍານວຍການໂຮງໝໍທະຫານແຂວງ ພ້ອມດ້ວຍຄະນະ ຕະຫຼອດຮອດ ພະນັກງານ-ແພດໝໍເຂົ້າຮ່ວມ. ສະຫາຍ ນາງ ບົວວອນ ຄອນສະຫວັນ ໄດ້ກ່າວແດງຄວາມຂອບໃຈຢ່າງຈິງໃຈຕໍ່ ຫົວໜ້າພະແນກສະຫະພັນກອງບັນຊາການທະຫານແຂວງ ຕະຫຼອດໜ່ວຍສະຫະພັນທົ່ວທະຫານແຂວງບໍ່ແກ້ວ, ທີ່ເຫັນໄດ້ຄວາມໝາຍ ຄວາມສໍາຄັນ ຂອງໂຮງໝໍ ກໍຄືພະນັກງານ-ແພດໝໍ ທີ່ພວມປະຕິບັດໜ້າທີ່ ແລະ ເພື່ອເປັນການໃຫ້ກໍາລັງໃຈໃຫ້ ພະນັກງານແພດໝໍ ທີ່ພວມປະຕິບັດໜ້າທີ່ປ້ອງກັນ ເພື່ອສະກັດກັ້ນ-ປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງລະບາດເປັນວົງກວ້າງໃນປະເທດເຮົາ ເວົ້າລວມເວົ້າສະເພາະພາຍໃນແຂວງບໍ່ແກ້ວ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງເປັນກ້າວໆ. ໂດຍ: ວໍລະສິດ ພິດສະຫາຍ ພາບ: ສຸດທິແດນ ລັດຕະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ